ການ​ເຈ​ລະ​ຈາ ລະ​ຫວ່າງ ອາ​ເມ​ລິ​ກາ - ເຢຍ​ລະ​ມັນ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ 2 ປະ​ເທດ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ

(VOVWORLD) -ກ່າວຄຳເຫັນ ເມື່ອການນຳສອງປະເທດ ເລີ່ມຕົ້ນການເຈລະຈາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຢັ້ງຢືນວ່າ “ການຮ່ວມມືລະຫວ່າງ ອາເມລິກາ ແລະ ເຢຍລະມັນແມ່ນມີຄວາມເຂັ້ມແຂງ ແລະ ພວກຂ້າພະເຈົ້າຫວັງວ່າ ສິ່ງນີ້ຈະສືບຕໍ່ພັດທະນາ”.
ການ​ເຈ​ລະ​ຈາ ລະ​ຫວ່າງ ອາ​ເມ​ລິ​ກາ - ເຢຍ​ລະ​ມັນ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ 2 ປະ​ເທດ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ການຕ້ອນຮັບທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: AFP/TTXVN)

ຕອນບ່າຍວັນທີ 15 ກໍລະກົດ, ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໃຫ້ການຕ້ອນຮັບທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຢູ່ທຳນຽບຂາວ. ນີ້ແມ່ນການຢ້ຽມຢາມຄັ້ງສຸດທ້າຍຂອງທ່ານນາງ Angela Merkel ໄປຍັງນະຄອນຫຼວງ ວໍຊິງຕັນ ກ່ອນທີ່ຈະສິ້ນສຸດອາຍຸການດຳລົງຕຳແໜ່ງນາຍົກລັດຖະມົນຕີຂອງຕົນໃນປີນີ້.

ກ່າວຄຳເຫັນ ເມື່ອການນຳສອງປະເທດ ເລີ່ມຕົ້ນການເຈລະຈາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຢັ້ງຢືນວ່າ “ການຮ່ວມມືລະຫວ່າງ ອາເມລິກາ ແລະ ເຢຍລະມັນແມ່ນມີຄວາມເຂັ້ມແຂງ ແລະ ພວກຂ້າພະເຈົ້າຫວັງວ່າ ສິ່ງນີ້ຈະສືບຕໍ່ພັດທະນາ”.

ສ່ວນທ່ານນາງນາຍົກລັດຖະມົນຕີ Angela Merkel ການນຳເອີລົບຄົນທຳອິດທີ່ມີການພົບປະກັບທ່ານປະນາທິບໍດີ ອາເມລິກາ Biden ຢູ່ທຳນຽບຂາວ ໄດ້ຢັ້ງຢືນການ “ຖືນ້ຳໃຈມິດຕະພາບ ກັບ ອາເມລິກາ ເປັນສຳຄັນ”, ທ່ານນາງກໍ່ເນັ້ນໜັກເຖິງບົດບາດຂອງ ອາເມລິກາ ໃນການສ້າງປະເທດ ເຢຍລະມັນທີ່ມີຄວາມເສລີ ແລະ ປະຊາທິປະໄຕພາຍຫຼັງສົງຄາມໂລກຄັ້ງທີ 2.

ທີ່ການພົບປະ, ການນຳສອງທ່ານ ໄດ້ປຶກສາຫາລືບັນດາຄວາມບໍ່ລົງລອຍກັນກ່ຽວກັບ ລັດເຊຍ ແລະ ຈີນ ກໍ່ຄືຊອກຫາວິທີການປັບປຸງກັນພົວພັນ ທີ່ຖືກທຳລາຍພາຍໃຕ້ອາຍຸການຂອງທ່ານອະດີດປະທານາທິບໍດີ Donald Trump, ກໍ່ຄືກ່ຽວກັບບັນດາບັນຫາສາກົນສຳຄັນຕ່າງໆຄື ແກ້ໄຂໂລກລະບາດໂຄວິດ - 19 ແລະ ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ