ທ່ານ Staffan de Mistura ທູດພິເສດ ສປຊ ກ່ຽວກັບຊີຣີ
(ພາບ: UN Photo/Jean-Marc Ferré)
(vovworld)- ວັນທີ 24/3, ທ່ານ, Staffan de Mistura ທູດພິເສດ ສປຊ ກ່ຽວກັບຊີຣີ ໃຫ້ຮູ້ວ່າ: ຈະວາງຄາດໝາຍສືບຕໍ່ດຳເນີນບັນດາການເຈລະຈາກ່ຽວກັບຊີຣີ ໃນວັນທີ 9/4 ຈະມາເຖິງ ໂດຍບໍ່ຫົວຊາຕໍ່ ເລື່ອງ ລັດຖະບານ ສະເຫນີເລື່ອນເວລາຈົນເຖິງ ພາຍຫລັງປະເທດນີ້ດຳເນີນການເລືອກຕັ້ງສະພາແຫ່ງຊາດໃນວັນທີ 13/4. ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານ Mistura ຊີ້ແຈ້ງວ່າ “ ການເລືອກຕັ້ງຫນຶ່ງດຽວຊື່ງ ຂ້າພະເຈົ້າເຫັນວ່າໄດ້ອະນຸຍາດໃຫ້ວິຈານ ນັ້ນແມ່ນບັນດາການເລືອກຕັ້ງໂດຍ ສປຊ ຕິດຕາມກວດກາ.” ຕາມທ່ານ Mistura ແລ້ວ, ຈຸດສຸມຂອງຮອບເຈລະຈາກ່ຽວກັບສັນຕິພາບໃຫ້ແກ່ ຊີຣີ ໃນເດືອນ 4 ຈະມາເຖິງ ຈະແມ່ນບັນຫາມອບໂອນສິດອຳນາດການເມືອງ. ທ່ານ ກໍໃຫ້ຮູ້ຕື່ມອີກວ່າ: ສອງຝ່າຍເຂົ້າຮ່ວມການເຈລະຈາຂອງ ຊີຣີ ບໍ່ໄດ້ປະຕິເສດເອກະສານຊື່ງ ທ່ານໄດ້ຮຽບຮຽງ, ໃນນັ້ນ ກຳນົດບັນດາຫລັກການຊີ້ນຳບັນດາການເຈລະຈາ.