ການເຈລະຈາຂັ້ນສູງລະຫວ່າງຈີນ - ສ.ເກົາກຼີ

ການເຈລະຈາຂັ້ນສູງລະຫວ່າງຈີນ - ສ.ເກົາກຼີ - ảnh 1
ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນພິງ
​ເຈ​ລະ​ຈາ​ກັບ​ຄູ່ຕຳ​ແໜ່​ງສ.​ເກົາຫຼີ ທ່ານ​ນາງ Park Geun hye
(ພາບ: rfa.org)


(vovworld) - ວັນ​ທີ 27/06, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນພິງ ​ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ຄູ່ຕຳ​ແໜ່​ງສ.​ເກົາຫຼີ ທ່ານ​ນາງ Park Geun hye ທີ່​ພວມ​ຢູ່​ຢ້ຽມຢາມ​ຈີນ. ນີ້​ແມ່ນ​ການ​ຢ້ຽມຢາມ​ທາງລັດຖະກິດ​ປັກ​ກິ​ງ ຂອງ​ທ່ານ​ນາງ Park Geun hye ນັບ​ແຕ່​​ເວລາ​ດຳ​ລົງ​ຕຳ​ແໜ່​ງ​ເມື່ອ​ຕົ້ນເດືອນ 2. ທີ່​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດຈີນ ສີ​ຈີນ​ພິງ ຢືນຢັນ​ວ່າ ຈີນ ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ໃນ​ການ​ພົວພັນ​ກັບສ.​ເກົາຫຼີ ​ແລະ ຖື​ນີ້​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ປັກ​ກິ​ງ. ທ່ານ​ໃຫ້​ຮູ​້ວ່າ ຈະ​ຮ່ວມ​ມື​ກັບ​ທ່ານ​ນາງ​ປະທານາທິບໍດີ Park Geun hye ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ 2 ຝ່າຍ​. ສ່ວນ​ທ່ານ​ນາງ​ປະທານາທິບໍດີ Park Geun hye​ ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ລະຫວ່າງ​ຈີນ - ສ.​ເກົາຫຼີ ​ໄດ້​ມີ​ບາດກ້າວ​ພັດ​ທະນາ​ຢ່າງ​ຈະ​ແຈ້ງ ​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​​ເວລາ​ກວ່າ 20 ປີກ​່ອນ. ທ່ານ​ນາງ​ໃຫ້​ຮູ້​ວ່າ, ຈະພະຍາຍາມ ​ເພີ່​ມທະວີ​ການ​ພົວພັນ 2 ຝ່າຍ​ກໍ​ຄື​ຊຸກ​ຍູ້​ບັນດາ​ໝາກຜົນ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບຢູ່ອາຊີຕາ​ເວັນ​ອອກສຽງ​ເໜືອຢ່າງ​ຕັ້ງໜ້າ​ກວ່າ.

ຂ່າວ/ບົດ​ອື່ນ