ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

(VOVWORLD) -ຕອນເຊົ້າວັນທີ 25 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມບຸນກາຣີຢ່າງເປັນທາງການ, ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ Sofia ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Zhelyazkov. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດສອງປະເທດໄດ້ດຳເນີນການພົບປະເຈລະຈາ.
ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ - ảnh 1

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

    ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ບຸນກາຣີ; ຂອບໃຈສະພາແຫ່ງຊາດ ບຸນກາຣີ ທີ່ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ສະຫະພາບເອີລົບ (EVIPA) ໃນຈຸດເວລາກ່ອນທີ່ດຳເນີນການຢ້ຽມຢາມ, ທ່ານຢືນຢັນວ່າ ນີ້ແມ່ນການກະທຳທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມສຳຄັນຂອງການພົວພັນມິດຕະພາບ ແລະ ການຮ່ວມມືໃນຫລາຍຂົງເຂດລະຫວ່າງ 2 ປະເທດ. , ພ້ອມທັງສ້າງພື້ນຖານນິຕິກຳທີ່ໜັກແໜ້ນ ແລະ ອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດຂອງ 2 ປະເທດຜັນຂະຫຍາຍການຮ່ວມມືລົງທຶນໃນໄລຍະຈະມາເຖິງ.

   ສ່ວນທ່ານປະທານສະພາແຫ່ງຊາດ Rosen Zhelyazkov ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີຄວາມໝາຍສຳຄັນ, ເປັນຂີດໝາຍບາດກ້າວໃໝ່ໃນການພົວພັນລະຫວ່າງ 2 ປະເທດ. ທ່ານປະທານສະພາແຫ່ງຊາດ ບຸນກາຣີ ປາດຖະໜາວ່າ 2 ຝ່າຍຂຸດຄົ້ນບັນດາທ່າໄດ້ປຽບທີ່ EVIPA ນຳມາໃຫ້, ຄົ້ນຄ້ວາສ້າງຕັ້ງບັນດາອົງການຮ່ວມທຸລະກິດຢູ່ ຫວຽດນາມ ຫຼື ບຸນກາຣີເພື່ອຜະລິດບັນດາຜະລິດຕະພັນທີ່ສອງຝ່າຍມີຄວາມຕ້ອງການ ຫຼື ສົ່ງອອກໄປຕະຫຼາດຂອງປະເທດທີ 3

     ປະທານສະພາແຫ່ງຊາດ 2 ທ່ານ ໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນ, ການນຳ 2 ທ່ານ ໄດ້ເຫັນດີເປັນເອກະພາບກັນວ່າ ບັນດາການຂັດແຍ້ງກັນຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

    ພາຍຫຼັງການເຈລະຈາ, ປະທານສະພາແຫ່ງຊາດສອງປະເທດໄດ້ລົງນາມໃນສັນຍາຮ່ວມມືລະຫວ່າງສອງສະພາແຫ່ງຊາດ; ເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດ ບຸນກາຣີ; ສັນຍາຮ່ວມມືດ້ານວັດທະນະທຳ; ສັນຍາຮ່ວມມືດ້ານການທ່ອງທ່ຽວ; ສັນຍາຮ່ວມມືລະຫວ່າງແຂວງວິ້ງຟຸກ ແລະ ແຂວງ Pernik.

ຕອບກັບ

ຂ່າວ/ບົດ​ອື່ນ