ການເຈລະຈາຄັ້ງທີ 10 ກຸ່ມປະຕິບັດງານກ່ຽວກັບເຂດທະເລຢູ່ນອກອ່າວພາກເຫນືອລະຫວ່າງຫວຽດນາມແລະຈີນ

(VOVWORLD) -ໃນວັນທີ 6 ແລະ 7 ພະຈິກ, ຢູ່ ນະຄອນ ຫນິງບົວ, ຈືວແຈງຂອງຈີນ ໄດ້ດຳເນີນການເຈລະຈາຄັ້ງທີ 10 ກຸ່ມປະຕິບັດງານກ່ຽວກັບເຂດທະເລຢູ່ນອກອ່າວພາກເຫນືອ ແລະ ການເຈລະຈາຄັ້ງທີ 7 ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາບົນທະເລ ລະຫວ່າງຫວຽດນາມ ແລະ ຈີນ.

ສອງຝ່າຍໄດ້ຢັັ້ງຢືນ: ເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດຢ່າງເຂັ້ມງວດ, ໃນນັ້ນ ມີ “ຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາບົນທະເລ”. ສອງຝ່າຍເຫັນດີຊຸກຍູ້ການເຈລະຈາກ່ຽວກັບການການຂີດຂັ້ນເຂດທະເລຢູ່ນອກອ່າວພາກເຫນືອ ແລະ ເລື່ອງປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກຕາມຂໍ້ກຳນົດຂອງກົດໝາຍສາກົນ ພິເສດ ແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍທະເລປີ 1982 ຊື່ງຫວຽດນາມ ແລະ ຈີນ ລ້ວນແຕ່ເປັນສະມາຊິກ. ສອງຝ່າຍເຫັນດີ ຈັດຕັ້ງການເຈລະຈາຄັ້ງທີ 11 ກຸ່ມປະຕິບັດງານກ່ຽວກັບເຂດທະເລຢູ່ນອກອ່າວພາກເຫນືອ ແລະ ການເຈລະຈາຄັ້ງທີ 8 ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາບົນທະເລ ລະຫວ່າງຫວຽດນາມ ແລະຈີນ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ