ການເຈລະຈາຍຸດທະສາດຫວຽດນາມ-ລັດເຊຍຄັ້ງທີ8

ການເຈລະຈາຍຸດທະສາດຫວຽດນາມ-ລັດເຊຍຄັ້ງທີ8 - ảnh 1
(ການ​ເຈລະຈາ​ຍຸດ​ທະ​ສາດ​ປະຈຳ​ປີຫວຽດນາມ - ລັດ​ເຊຍ ຄັ້ງ​ທີ 8)

(vovworld) – ​ໃນ​ລະຫວ່າງວັນ​ທີ 28/9 – 01/10, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໂຮ່ຊວນ​ເຊີນ ​ໄດ້​ຢ້ຽ​ມຢາມ​ສະຫະພັນ ລັດ​ເຊຍ ​ແລະ ພ້ອມ​ກັບ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ສະຫະພັນ ລັດ​ເຊຍ I. Morgulov ​ເປັນ​ເຈົ້າພາບຈັດການ​ເຈລະຈາ​ຍຸດ​ທະ​ສາດ​ປະຈຳ​ປີ ຫວຽດນາມ - ລັດ​ເຊຍ ຄັ້ງ​ທີ 8 ຢູ່ Saint Petesburg. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ​ໂຮ່ຊວນ​ເຊີນ​ ກໍມີ​ການ​ພົບ​ປະ​ແລກປ່ຽນ​ກັບ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການຜູ້ທີ 1 ​ກະຊວງ​ການ​ຕ່າງປະ​ເທດສະຫະພັນ ​ລັດ​ເຊຍ V. Titov ຢູ່ ມົດສະກູ. ບົນ​ຈິດ​ໃຈ​ເປີດ​ອົກ​ເປີf​ໃຈ ​ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ 2 ຝ່າຍ ​ແລະ ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ, ພາກ​ພື້ນ​​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ບັນດາ​ໜ້າ​ທີ່, ຂໍ້ຕົກລົງ ​ແລະ ​ໂຄງການ​ຮ່ວມ​ມື​ບຸລິມະສິດ​ໃນ​ທຸກ​ຂົງ​ເຂດຄື: ​ດ້ານການ​ເມືອງ, ​ເສດຖະກິດ - ການ​ຄ້າ, ການປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ​ມະນຸດ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ການ​ຮ່ວມ​ສຳພັນ​ເສດຖະກິດ​ພາກ​ພື້ນ. 2 ຝ່າຍ​ກໍ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນໃຈ​. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຖື​ວ່າ: ​ໃນ​ສະພາວະ​ສະພາບ​​ໂລກ ​ແລະ ພາກ​ພື້ນ​ມີການ​ຜັນ​ແປ​ສັບສົນ​ຫລາຍ​ຢ່າງ, 2 ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສົມທົບ​ກັນ​ໃນ​ບັນດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ຢູ່​ສະຫະ​ປະຊາ​ຊາດ, ​ໃນ​ການ​ພົວພັນ ອາ​ຊຽນ - ລັດ​ເຊຍ, ກໍ​ຄື​ໃນ​ການ​ຮັກສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ.

        ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ສະຫະພັນ ລັດ​ເຊຍ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ​ໂຮ່ຊວນ​ເຊີນ ​ໄດ້​ຢ້ຽມຢາມ​ມະຫາວິທະຍາ​ໄລ ສັງ​ລວມ Saint Petesburg ​ແລະ ສະ​ຖາ​ບັນ ​ໂຮ່ຈີ​ມິນ​ ຂຶ້ນ​ກັບ ມະຫາວິທະຍາ​ໄລນີ້.

ຂ່າວ/ບົດ​ອື່ນ