ການເຈລະຈາສັນຕິພາບ ລະຫວ່າງອິດສະລາແອນ- ປາແລດສະຕິນ ຖືກຍຸບເລິກ

ການເຈລະຈາສັນຕິພາບ ລະຫວ່າງອິດສະລາແອນ- ປາແລດສະຕິນ ຖືກຍຸບເລິກ - ảnh 1

(ພາບ:xaluan.com)

(vovworld)-  ​ ​​ເຈົ້າໜ້າ​ທີ່​ປາ​ແລດສະຕິ​ນ ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ອິດສະ​ລາ​ແອນ-​ປາ​ແລດ​ສະຕິ​ນ ຢູ່ Jericho ຕາມ​ແຜນການ​ດຳ​ເນີນ​ໃນ​ຕອນ​ທ່ຽງ​ວັນ​ທີ 26/8 ຖືກ​ຍຸບ​ເລິກ ພາຍຫຼັງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອິດສະ​ລາ​ແອນ ຍິງ​ຊາວ​ປາ​ແລດ​ສະຕິ​ນ ຕາຍ 3 ຄົນ​ ​ໃນ​ການ​ປະ​ທະ​ກັນ​ຢູ່​ຄ້າຍ​ລົບ​ໄພ Qalandiya ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ. ​ໂຄສົກ​ຂອງ​ປະທານາທິບໍດີ​ປາ​ແລດສະຕິ​ນ, ທ່ານ Nabil Abu Rudeina ​ໃຫ້​ຮູ້​ວ່າ: ​ເຫດການ​ນີ້​ຈະ​ກໍ່​ຜົນ​ຮ້າຍ​ອັນ​ຫຍໍ້​ທໍ້​ສຳລັບ​ວິວັດ​ທະ​ນາ​ການ​ສັນຕິພາບ​ລະຫວ່າງ ອິດສະ​ລາ​ແອນ-​ປາ​ແລດ​ສະຕິ​ນ. ຕາມ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ແລ້ວ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອິດສະ​ລາ​ແອນ ໄດ້ຍິງ​ຊາວ​ປາ​ແລດ​ສະຕິ​ນ ຕາຍ 3 ຄົນ​ ​ແລະ ​ເຮັດ​ໃຫ້ 19 ຄົນ​ຖືກ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຢູ່​ຄ້າຍ Qalanfiya ນອນ​​ໃນ​ເຂດ​ລະຫວ່າງກາງ Ramallah ​ແລະ Jerusalem ຕາ​ເວັນ​ອອກ. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ຍິງ​ຂອງ​ຕຳຫຼວດ​ອິດສະລາ​ແອນ ​ໃຫ້​ຮູ້​ວ່າ: ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ປະ​ເທດ​ນີ້ ​ໄດ້​ນຳ​ໃຊ້ “ບັນດາ​ມາດ​ຕະການ​ຍຸບ​ເລິກ​ການ​ຈະລາຈົນ“ ຂອງ​ກຸ່ມ​ຄົນໜຶ່ງ​ລວມມີ 1500 ຄົນ ​ຊື່​ງ​ໄດ້​ກໍ່​ຄວາ​ມ​ອັນຕະລາຍ​​ເ້ຖິງຊີວິດ​ອິນ​ຊີ​ຂອງກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບອິກສະ​ລາ​ແອນ.

 

 

 

 

 

ຂ່າວ/ບົດ​ອື່ນ