ການເຈລະຈາສ້າງຕັ້ງລັດຖະບານ ເຢຍລະມັນ ໄດ້ດຳເນີນຢ່າງສະດວກ

(VOVWORLD) - ໝາກຜົນຂອງການປ່ອນບັດໂດຍຄະນະການນຳພັກ SPD ປະກາດພາຍຫຼັງດຳເນີນການນັບບັດເກືອບ 1 ວັນ
ການເຈລະຈາສ້າງຕັ້ງລັດຖະບານ ເຢຍລະມັນ ໄດ້ດຳເນີນຢ່າງສະດວກ - ảnh 1ທ່ານນາງນາຍົກລັດຖະມົນຕີ Angela Merkel 

ວັນທີ 4 ມີນາ, ສື່ມວນຊົນ ເຢຍລະມັນ ໄດ້ໃຫ້ຮູ້ວ່າ: ບັນດາສະມາຊິກພັກກາງຊ້າຍປະຊາທິປະໄຕສັງຄົມ (SPD) ໃນທົ່ວປະເທດໄດ້ປ່ອນບັດຮັບຮອງເອົາຂໍ້ຕົກລົງສະຫະພັນສ້າງຕັ້ງລັດຖະບານໃໝ່ ກັບພັກປະສົມຮັກສາເດີມສະຫະພັນປະຊາທິປະໄຕ/ສັງຄົມຊາວ ກາໂຕລິກ (CDU/CSU) ຂອງທ່ານນາງນາຍົກລັດຖະມົນຕີ Angela Merkel ຜ່ານນັ້ນ ໄດ້ຊ່ວຍໃຫ້ພື້ນຖານເສດຖະກິດແຖວໜ້າ ເອີລົບ ນີ້ຫລຸດພົ້ນອອກຈາກສະພາບການບໍ່ມີທາງອອກທີ່ແກ່ຍາວກ່ວາ 5 ເດືອນຜ່ານມານັບແຕ່ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດສະຫະພັນເມື່ອເດືອນ ກັນຍາ 2017. ໝາກຜົນຂອງການປ່ອນບັດໂດຍຄະນະການນຳພັກ SPD ປະກາດພາຍຫຼັງດຳເນີນການນັບບັດເກືອບ 1 ວັນ, ອັດຕາບັນດາສະມາຊິກພັກຂອງພັກນີ້ສະໜັບສະໜູນເລື່ອງເລີ່ມເຄື່ອນໄຫວລັດຖະບານ “ມະຫາສຳພັນທະມິດ” ໃໝ່ດ້ວຍເລື່ອງພັກປະສົມ CDU/CSU ກວມ 66,02% ໃນຍອດຈຳນວນ 463.723 ສະມາຊິກພັກທີ່ມີເງື່ອນໄຂຄົບຖ້ວນເພື່ອປ່ອນບັດ.

ຕອບກັບ

ຂ່າວ/ບົດ​ອື່ນ