ບັນດາຜູ້ແທນອາເມລິກາ ແລະຈີນເຂົ້າຮ່ວມການເຈລະຈາ
ພາບ:Reuters
|
(vovworld)- ການເຈລະຈາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນ ຄັ້ງທີ 7 ໄດ້ອັດລົງໃນຕອນເຊົ້າວັນທີ 25/6 ຕາມເວລາ ຫວຽດນາມ ຢູ່ ວໍຊີງຕັນ. ໃນການເຈລະຈາມາເປັນເວລາ 2 ມື້, ອາເມລິກາ ແລະ ຈີນ ບັນລຸໄດ້ໝາກຜົນຈຳນວນຫນຶ່ງໃນຂົງເຂດຄວາມປອດໄພເຄືອຂ່າຍອິນເຕີແນັດ, ປົກປັກຮັກສາສິ່ງແວດລ້ອມ, ການເງິນ ແລະ ການຮ່ວມມືສາກົນ. ຕໍ່ຫນ້າຄວາມເຄັ່ງຕຶງໂດຍບັນດາເຫດບຸກໂຈມຕີທາງເຄືອຂ່າຍອິນເຕີແນັດຢ່າງຮ້າຍແຮງ ຊື່ງອາເມລິກາ ກ່າວຫາໂດຍແມ່ນ hacker ຈີນ ປະຕິບັດ, ສອງຝ່າຍໄດ້ເຫັນດີນຳກັນ ຈະສົມທົບສຳເລັດປະມວນຂໍ້ກຳນົດການປະພຶດກ່ຽວກັບການເຄື່ອນໄຫວທາງເຄືອຂ່າຍອິນເຕີແນດ. ກ່າວຄຳເຫັນທີ່ການປະຊຸມຂ່າວກັບທ່ານ ຢາງເຈຍຊື້, ກຳມະການລັດຖະບານຈີນ, ທ່ານ John Kerry, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຊີ້ແຈ້ງວ່າ: hacker ໄດ້ກໍ່ຄວາມເສຍຫາຍຕໍ່ບັນດາວິສາຫະກິດ ອາເມລິກາ ແລະ ສອງຝ່າຍຄວນຮ່ວມມືນຳກັນເພື່ອແກ້ໄຂບັນດາບັນຫານີ້ ກໍຄືສ້າງບັນດາມາດຖານລວມ.
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ ອາເມລິກາ ແລະ ຈີນ ຄວນຮ່ວມມືນຳກັນເພື່ອພັດທະນາ ແລະ ປະຕິບັດຄວາມຮັບຮູ້ລວມກ່ຽວກັບການແກ້ໄຂຂອງລັດໃນຂົງເຂດເຄືອຂ່າຍອິນເຕີແນັດຢ່າງເໝາະສົມ. ຈີນ ໄດ້ເຫັນດີວ່າ ສອງຝ່າຍ ຕ້ອງຮ່ວມມືເພື່ອສຳເລັດປະມວນຂໍ້ກຳນົດການປະພຶດກ່ຽວຂ້ອງເຖິງບັນດາການເຄື່ອນໄຫວທາງເຄືອຂ່າຍອິນເຕີແນັດ.”
ກ່ຽວກັບຂົງເຂດສິ່ງແວດລ້ອມ, ສອງຝ່າຍເຫັນດີ ຊຸກຍູ້ການຮ່ວມມືໃນການປົກປັກຮັກສາມະຫາສະຫມຸດ, ຕ້ານການຫາສິນໃນນ້ຳຢ່າງຜິດກົດໝາຍ ແລະ ຄ້າຂາຍສັດປ່າ. ສອງຝ່າຍກໍໄດ້ປະກາດຂໍ້ລິເລີ່ມຫລາຍຂໍ້ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ເຍີດກີງ ຮູຍຮ່ວາງ, ນັກຂ່າວ VOV ປະຈຳ ອາເມລິກາ