ການເຈລະຈາຮອບທີ 4 ກ່ຽວກັບການຮ່ວມມືໃນ ບັນດາຂົງເຂດບໍ່ມີຄວາມ ສະດຸງໄວປານໃດ ບົນທະເລຫວຽດນາມ - ຈີນ
(ພາບປະກອບ)
(vovworld) - ໂດຍປະຕິບັດຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ ແລະ ບົນຈິດໃຈ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາບົນທະເລຫວຽດນາມ - ຈີນ” ເຊິ່ງໄດ້ລົງນາມໃນວັນທີ 11 ຕຸລາ 2011, ຮອບເຈລະຈາຄັ້ງທີ 4 ກຸ່ມປະຕິບັດງານກ່ຽວກັບການຮ່ວມມືໃນບັນດາຂົງເຂດບໍ່ມີຄວາມສະດຸງໄວປານໃດ ບົນທະເລຫວຽດນາມ - ຈີນ ໄດ້ດຳເນີນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 24 – 26/09. 2 ຝ່າຍໄດ້ແລກປ່ຽນ ແລະ ເປັນເອກະພາບຕໍ່ເນື້ອໃນຂໍ້ຕົກລົງຮ່ວມມືຂອງ 2 ໂຄງການ ນັ້ນແມ່ນ: ຮ່ວມມືແລກປ່ຽນ ຄົ້ນຄວ້າກ່ຽວກັບການຄຸ້ມຄອງສິ່ງແວດລ້ອມທະເລ ແລະ ເກາະທະເລໃນເຂດອ່າວພາກເໜືອ ລະຫວ່າງຫວຽດນາມ - ຈີນ... ສອງຝ່າຍເຫັນດີພ້ອມກັນມານະພະຍາຍາມ, ສົມທົບກັນຢ່າງແໜ້ນແຟ້ນ, ລົງນາມໂດຍໄວ ເພື່ອຜັນຂະຫຍາຍການປະຕິບັດສອງໂຄງການທີ່ໄດ້ຍົກອອກໃນປີ 2013. ສອງຝ່າຍເຫັນດີດຳເນີນການເຈລະຈາຮອບທີ 5 ກ່ຽວກັບການຮ່ວມມືໃນຂົງເຂດບໍ່ມີຄວາມສະດຸງໄວປານໃດໃນເຂດທະເລຫວຽດນາມ - ຈີນ ໃນເຄິ່ງຕົ້ນປີ 2014 ຢູ່ຈີນ.