(ພາບປະກອບຈາກ: Nguyên Lý/TTXVN)
|
(vovworld) – ໃນລະຫວ່າງວັນທີ 13-15/3, ຢູ່ນະຄອນດ່ານັ້ງ ໄດ້ດຳເນີນການເຈລະຈາຮອບທີ 4 ກຸ່ມປະຕິບັດງານປຶກສາຫາລື ກ່ຽວກັບການຮ່ວມມືພ້ອມກັນພັດທະນາໃນເຂດທະເລ ຫວຽດນາມ -ຈີນ.
2 ຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງກົງໄປກົງມາ, ເປີດອົກເປີດໃຈ, ສະແດງໃຫ້ເຫັນຫຼັກໝັ້ນ, ທັດສະນະຂອງແຕ່ລະຝ່າຍ ກ່ຽວກັບການຮ່ວມມືພ້ອມກັນພັດທະນາໃນເຂດທະເລຢ່າງຈະແຈ້ງ. 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ອີງໃສ່ຄວາມຮັບຮູ້ລວມທີ່ກ່ຽວຂ້ອງຂອງການນຳຂັ້ນສູງ 2 ປະເທດ ຫວຽດນາມ-ຈີນ, ປະຕິບັດຕາມຂໍ້ຕົກລົງກ່ຽວກັບຫຼັກການພື້ນຖານຊີ້ນຳແກ້ໄຂບັນດາບັນຫາໃນເຂດທະເລ ຫວຽດນາມ-ຈີນ ເພື່ອປຶກສາຫາລືກ່ຽວກັບບັນຫາຮ່ວມມືພ້ອມກັນພັດທະນາໃນເຂດທະເລທີ່ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.