ການ​ເລືອກ​ຕັ້ງ ຢູ່ ກຳ​ປູ​ເຈຍ: ນະ​ຄອນຫຼວງ ພະ​ນົມ​ເປັນ ກຽມ​ພ້ອມ​ແກ່​ການ​ດຳ​ເນີນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ

(VOVWORLD) -    ວັນທີ 1 ກໍລະກົດ, ອຳນາດການປົກຄອງ ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ ໄດ້ຫ້າມການສັນຈອນໄປມາໃນບາງເສັ້ນທາງ ເພື່ອໃຫ້ບັນດາພັກດຳເນີນການ ໂຮມຊຸມນຸມມິດຕິງ ແລະ ແຫ່ຂະບວນ ໃນຂອບເຂດບັ້ນຂົນຂວາຍຫາສຽງເລືອກຕັ້ງ ເຊິ່ງດຳເນີນໃນເວລາ 3 ອາທິດ, ແຕ່ວັນທີ 1 – 21 ກໍລະກົດ.
ການ​ເລືອກ​ຕັ້ງ ຢູ່ ກຳ​ປູ​ເຈຍ: ນະ​ຄອນຫຼວງ ພະ​ນົມ​ເປັນ ກຽມ​ພ້ອມ​ແກ່​ການ​ດຳ​ເນີນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ກ່າວຄຳເຫັນໃນການຫາສຽງເລືອກຕັ້ງ (ພາບ: AKP)

ຕອນເຊົ້າວັນທີ 1 ກໍລະກົດ, ພັກປະຊາຊົນ ກຳປູເຈຍ (CPP) ໄດ້ຈັດການໂຮມຊຸມນຸມມິດຕິງ ຢູ່ຫໍປະຊຸມ ແລະ ງານວາງສະແດງ Koh Pich ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 72 ປີ, ຫຼັງຈາກນັ້ນ ກໍຜັນຂະຫຍາຍການແຫ່ຂະບວນຂົນຂວາຍການຫາສຽງເລືອກຕັ້ງ ດ້ວຍການເຂົ້າຮ່ວມທັງໝົດ 76.500 ຄົນ. ຕອນບ່າຍຂອງວັນດຽວກັນ, ອົງການພັກຮາກຖານ 14 ເມືອງ ຂອງ CPP ກໍ່ໄດ້ຈັດກິດຈະກຳແຫ່ຂະບວນຂົນຂວາຍການຫາສຽງເລືອກຕັ້ງຢູ່ເມືອງຕ່າງໆໃນບໍລິເວນພະນົມເປັນ.

        ໄປຄຽງຄູ່ກັນນັ້ນ, ຕອນເຊົ້າວັນທີ 1 ກໍລະກົດ, ບັນດາພັກ ຂະແມສາມັກຄີແຫ່ງຊາດ (KNUP), ຂະແມພົ້ນທຸກ (KAPP) ແລະ ຂະແມປອງດອງ (KUP) ກໍໄດ້ຈັດການໂຮມຊຸມນຸມມິດຕິງ ແລະ ດຳເນີນການແຫ່ຂະບວນໃນເສັ້ນທາງສາຍຕ່າງໆຢູ່ນະຄອນຫຼວງ ພະນົມເປັນເຊັ່ນດຽວກັນ.

        ກຳລັງຕຳຫຼວດນະຄອນ ກໍຈັດສົ່ງຕຳຫຼວດກວ່າ 4.000 ຄົນ ເພື່ອຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນໄລຍະດຳເນີນບັ້ນຂົນຂວາຍຫາສຽງເລືອກຕັ້ງຢູ່ ພະນົມເປັນ ນັບແຕ່ວັນທີ 1 – 21 ກໍລະກົດ.


ຕອບກັບ

ຂ່າວ/ບົດ​ອື່ນ