ການເລືອກຕັ້ງປະທານາທິບໍດີ ຢູແກຼນ

(VOVWORLD) - ວັນທີ 21 ເມສາ, ທ່ານປະທານາທິບໍດີ ຢູແກຼນ Petro Poroshenko ໄດ້ຍອມຮັບຖືກປະລາໄຊໃນການເລືອກຕັ້ງປະທານາທິບໍດີຮອບທີ 2 ເຊິ່ງດຳເນີນກ່ອນນັ້ນໃນວັນດຽວກັນ.
ການເລືອກຕັ້ງປະທານາທິບໍດີ ຢູແກຼນ - ảnh 1 ທ່ານປະທານາທິບໍດີ ຢູແກຼນ Petro Poroshenko ໄດ້ຍອມຮັບຖືກປະລາໄຊໃນການເລືອກຕັ້ງປະທານາທິບໍດີຮອບທີ 2 (ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ Petro Poroshenko ຢືນຢັນວ່າ ຈະລາອອກຈາກຫ້ອງການໃນເດືອນໜ້າ ແຕ່ບໍ່ປະລະໜ້າທີ່ການເມືອງ. ຕາມໝາກຜົນຢັ່ງຫາງສຽງຢູ່ນອກຫ້ອງປ່ອນບັດໂດຍບັນດາບໍລິສັດຢັ່ງຫາງສຽງປະກາດ, ຜູ້ອອກສະໝັກຮັບເລືອກຕັ້ງ ທ່ານ Volodymyr Zelensky, ອາຍຸ 41 ປີ, ສາມາດຍາດໄດ້ໄຊຊະນະຕໍ່ທ່ານປະທານາທິບໍດີ Petro Poroshenko. ຕາມນັ້ນແລ້ວ, ທ່ານ Volodymyr Zelensky ຍາດໄດ້ ບັດສະໜັບສະໜູນ 73,2%.

        ຄະນະກຳມະການເລືອກຕັ້ງສູນກາງ ຢູແກຼນ ຈະໄດ້ປະກາດໝາກຜົນທາງການຂອງການເລືອກຕັ້ງໃນວັນທີ 01 ພຶດສະພາ ແລະ ປະທານາທິບໍດີຄົນໃໝ່ຕ້ອງຮັບດຳລົງຕຳແໜ່ງກ່ອນວັນທີ 03 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ