ການເລືອກຕັ້ງຢູ່ອາເມລິກາ:ທ່ານD.TrumpແລະB.Sandersຍາດໄດ້ໄຊຊະນະໃນການເລືອກຕັ້ງໃນເບື້ອງຕົ້ນຢູ່NewHampshire

ການເລືອກຕັ້ງຢູ່ອາເມລິກາ:ທ່ານD.TrumpແລະB.Sandersຍາດໄດ້ໄຊຊະນະໃນການເລືອກຕັ້ງໃນເບື້ອງຕົ້ນຢູ່NewHampshire - ảnh 1
ຜູ້ມີສິດເລືອກຕັ້ງຢູ່ລັດ New Hampshire
(ພາບ: AFP/TTXVN)

(vovworld) – ຕອນຄຳ່ວັນ​ທີ 9/2, ຕາມ​ເວລາ ອາ​ເມ​ລິ​ກາ, ຜົນ​ຂອງ​ການ​ນັບ​ບັດ​​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່​ລັດ New Hampshire ​ໃນ​ຂອບ​ເຂດ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ອາ​ເມ​ລິ​ກາ ປີ 2016 ສະ​ແດງ​ໃຫ​້​ເຫັນ​ວ່າ: ມະຫາ​ເສດ​ຖີ​ Donald Trump ​ແລະ ສະມາ​ຊິກສະພາ​ສູງ Bernie Sander ​ແມ່ນບັນດາ​ຜູ້​ຍາດ​ໄດ້​ໄຊຊະນະ. ​ພັກ​ປະຊາທິປະ​ໄຕ ມີ​ສະມາຊິກ 2 ຄົນ​ເຂົ້າ​ຮ່ວມ​ການ​ເລ​ືອກຕັ້ງ, ​ໃນ​ຂະນະທີ່​ພັກ​ສາ​ທາ​ລະນະ​ແມ່ນ 8 ຄົນ. ​ໂດຍ​ອີງ​ໃສ່​ໝາກຜົນ​ຂອງການ​ຢັ່ງ​ຫາງ​ສຽງ​ແລ້ວ, ຄະນະ​ກຳມະການ​ເລືອ​ກຕັ້ງ New Hampshire ​ໃຫ້​ຮູ້​ວ່າ: ຜູ້ສະໝັກ​​ເລືອກ​ຕັ້ງ Donald Trump ຍາດ​ໄດ້​ໄຊຊະນະ​ໃນ​ການ​ແຂ່ງຂັນ​ຂອງ​ພັກ ສາທາລະນະ ຢູ່​ລັດ New Hampshire ດ້ວຍ​ຈຳນວນ 33,91% ບັດ​ສະໜັບ​ສະ​ໜູນ, ຜູ້​ທີສອງ​ແມ່ນ​ທ່ານ John Kasich ດ້ວຍຈຳນວນ 16,19% ບັດ​ສະ​ໜັບສະ​ໜູນ. ​ໃນ​ການ​ແຂ​່ງຂັນ​ຂອງ​ພັກ​ປະຊາທິປະ​ໄຕ, ທ່ານ​ສະມາ​ຊິກສະພາ​ສູງ Bernie Sander ຍາດ​ໄດ້ 56,61% ບັດ​ສະໜັບ​ສະ​ໜູນ ​ແລະ ລື່ນ​ກາຍ​ທ່ານ​ນາງ ອະດີດລັດຖະມົນຕີ​ການ​ຕ່າງປະ​ເທດ Hillary Clinton, ຜູ້​ໄດ້​ຮັບ 41,37% ບັດ​ສະໜັບ​ສະ​ໜູນ.

ຂ່າວ/ບົດ​ອື່ນ