ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ອາກ​ເມ​ເນຍ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Nikol Pashiyan ຖະ​ແຫຼງ​ຍາດ​ໄດ້​ໄຊ​ຊະ​ນະ

(VOVWORLD) -ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashiyan ໄດ້ປະກາດຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດກ່ອນເວລາກຳນົດ ເຊິ່ງໄດ້ດໍາເນີນກ່ອນໜ້ານີ້ໜຶ່ງວັນ.
ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ອາກ​ເມ​ເນຍ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Nikol Pashiyan ຖະ​ແຫຼງ​ຍາດ​ໄດ້​ໄຊ​ຊະ​ນະ - ảnh 1ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashiyan ກ່າວຄຳເຫັນຢູ່ Yerevan (ພາບ: AFP/TTXVN)

ຕອນເຊົ້າວັນທີ 21 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashiyan ໄດ້ປະກາດຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດກ່ອນເວລາກຳນົດ ເຊິ່ງໄດ້ດໍາເນີນກ່ອນໜ້ານີ້ໜຶ່ງວັນ. ການເລືອກຕັ້ງຄັ້ງນີ້ ແມ່ນການແຂ່ງຂັນລະຫວ່າງ ທ່ານ Nikol Pashiyan ອາຍຸ 46 ປີ ກັບ ທ່ານອະດີດປະທານາທິບໍດີ Robert Kocharyan, ອາຍຸ 66 ປີ.

        ໃນຖະແຫຼງການປະກາດຍາດໄດ້ໄຊຊະນະ, ທ່ານນາຍົກລັດຖະມົນຕີ Nikol Pashiyan ເນັ້ນໜັກວ່າ ປະຊາຊົນ ອາກເມເນຍ ໄດ້ມອບໝາຍໜ້າທີ່ນຳພາປະເທດຊາດໃຫ້ແກ່ “ພັກສັນຍາພົນລະເຮືອນ” ຂອງ ທ່ານ ແລະ ທ່ານເອງ ໃນຖານະເປັນຜູ້ນຳໜ້າລັດຖະບານ. ເຖິງຢ່າງໃດກໍຕາມ, ພັກຝ່າຍຄ້ານ ກຸ່ມ ອາກເມເນຍ  ຂອງທ່ານອະດີດປະທານາທິບໍດີ Robert Kocharyan ໄດ້ຄັດຄ້ານໝາກຜົນດັ່ງກ່າວ ແລະ ກ່າວຫາການເລືອກຕັ້ງປະກົດມີການສໍ້ກົງ. 

ຕອບກັບ

ຂ່າວ/ບົດ​ອື່ນ