ການແຫ່ຂະບວນປະທ້ວງຂອງຝ່າຍ “ເສື້ອເຫຼືອງ” ຢູ່ຝລັ່ງ ກາຍເປັນການຈາລະຈົນ

(VOVWORLD) -  ວັນທີ 11 ພຶດສະພາ, ບັນດາການແຫ່ຂະບວນປະທ້ວງຂອງຝ່າຍ “ເສື້ອເຫຼືອງ” ເຊິ່ງດໍາເນີນຢູ່ບັນດານະຄອນໃຫຍ່ຂອງ ຝລັ່ງໃນ 26 ສັບປະດາຢ່າງລຽນຕິດ ເພື່ອແນໃສ່ຄັດຄ້ານບັນດານະໂຍບາຍເສດຖະກິດ ເຊິ່ງ ທ່ານປະທານາທິບໍດີຝລັ່ງ Emmanuel Macron ຍົກອອກມາ.

    ທີ່ນະຄອນ Nantes, ບັນດາຜູ້ແຫ່ຂະບວນປະທ້ວງໄດ້ຖີ້ມກວດແກ້ວ ແລະ ມ້າງເພປ່ອງຢ້ຽມຂອງຮ້ານຫ້າງຕ່າງໆ. ກໍາລັງຕໍາຫຼວດຈໍາເປັນຕ້ອງນໍາໃຊ້ອາຍແກສແສບ ແລະ ໝາກແຕກ ເພື່ອແນໃສ່ເລີກພວກແຫ່ຂະບວນປະທ້ວງດັ່ງກ່າວ. ໃນຂະນະນັ້ນ, ຢູ່ນະຄອນ Lyon, ຕໍາຫຼວດກໍຕ້ອງນໍາໃຊ້ບັນດາມາດຕະການແຮງ ເພື່ອຄວບຄຸມສະພາບການຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

        ແຈ້ງການໃຫ້ຮູ່ວ່າ ມີສາມັນຊົນພຽງປະມານ 2.700 ຄົນ ເຂົ້າຮ່ວມບັນດາການແຫ່ຂະບວນປະທ້ວງໃນທົ່ວປະເທດຝລັ່ງ, ແມ່ນສືບຕໍ່ຫຼຸດລົງຫຼາຍເມື່ອທຽບໃສ່ 3.600 ຄົນໃນອາທິດກ່ອນ. ກະຊວງພາຍໃນຝລັ່ງ ຢັ້ງຢືນວ່າ ເຖິງວ່າຈໍານວນຜູ້ເຂົ້າຮ່ວມບໍ່ຫຼາຍເມື່ອທຽບໃສ່ກັບອາທິກ່ອນກໍຕາມ ແຕ່ບັນດາກໍາລັງປ້ອງກັນຄວາມສະຫງົບຍັງຄົງເພີ່ມທະວີບັນດາມາດຕະການປ້ອງກັນ.


ຕອບກັບ

ຂ່າວ/ບົດ​ອື່ນ