ການແຫ່ຂະບວນປະທ້ວງຄັດຄ້ານການປະຕິຮູບດ້ານຕຸລາການຢູ່ ອິດສະຣາແອນ ກ້າວເຂົ້າສູ່ອາທິດທີ 10 ຢ່າງລຽນຕິດ

(VOVWORLD) - ມີຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຢູ່ນະຄອນ Haifa ທາງທິດເໜືອ ອິດສະຣາແອນ ປະມານ 50.000 ຄົນ ແລະ 10.000 ຄົນຢູ່ Beersheba. ນີ້ແມ່ນບັນດາການແຫ່ຂະບວນປະທ້ວງຂະໜາດໃຫຍ່ສຸດ ຢູ່ບັນດາທ້ອງຖິ່ນດັ່ງກ່າວນັບແຕ່ກ່ອນມາ.
ການແຫ່ຂະບວນປະທ້ວງຄັດຄ້ານການປະຕິຮູບດ້ານຕຸລາການຢູ່ ອິດສະຣາແອນ ກ້າວເຂົ້າສູ່ອາທິດທີ 10 ຢ່າງລຽນຕິດ - ảnh 1ປະຊາຊົນແຫ່ຂະບວນປະທ້ວງຢູ່  Tel Aviv (Israel), ໃນວັນທີ 20 ກຸມພາ 2023
(ພາບ: AFP/TTXVN)

ວັນທີ 11 ມີນາ, ປະຊາຊົນ ອິດສະຣາແອນ ນັບໝື່ນຄົນໃນທົ່ວປະເທດ ໄດ້ລົງຖະໜົນດຳເນີນການແຫ່ຂະບວນປະທ້ວງ ໃນອາທິດທີ 10 ຢ່າງລຽນຕິດ ເພື່ອແນໃສ່ຄັດຄ້ານບັນດາແຜນການປະຕິຮູບດ້ານຕຸລາການ ຂອງລັດຖະບານ. ຕາມການຄາດຄະເນຂອງສື່ມວນຊົນ ອິດສະຣາແອນ ແລ້ວ, ການແຫ່ຂະບວນປະທ້ວງຢູ່ນະຄອນແຄມທະເລ Tel Aviv ໄດ້ດຶງດູດປະມານ 100.000 ຄົນເຂົ້າຮ່ວມ; ໃນຂະນະນັ້ນ, ມີຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຢູ່ນະຄອນ Haifa ທາງທິດເໜືອ ອິດສະຣາແອນ ປະມານ 50.000 ຄົນ ແລະ 10.000 ຄົນຢູ່ Beersheba. ນີ້ແມ່ນບັນດາການແຫ່ຂະບວນປະທ້ວງຂະໜາດໃຫຍ່ສຸດ ຢູ່ບັນດາທ້ອງຖິ່ນດັ່ງກ່າວນັບແຕ່ກ່ອນມາ. ມີຫຼາຍການເຄື່ອນໄຫວແຫ່ຂະບວນປະທ້ວງອື່ນໆກໍ່ໄດ້ຈັດຂຶ້ນຢູ່ນະຄອນ ແລະ ເທດສະບານຕ່າງໆຢູ່ປະເທດມີປະຊາກອນ 9 ລ້ານຄົນນີ້.

ພາຍຫຼັງໄດ້ຮັບດຳລົງຕຳແໜ່ງກ່ອນນີ້ເປັນເວລາເກືອບ 3 ເດືອນ, ທ່ານນາຍົກລັດຖະມົນຕີ Netanyahu ໄດ້ປະກາດໄລຍະທຳອິດ ຂອງແຜນການປະຕິຮູບດ້ານຕຸລາການ,ເຊິ່ງລວມມີການຮັບຮອງເອົາການປັບປຸງບາງເນື້ອໃນຂອງກົດໝາຍຄື: ຈຳກັດຜົນສະທ້ອນຂອງບັນດານັກຊ່ຽວຊານດ້ານຕຸລາການ, ເພີ່ມສິດອຳນາດໃຫ້ລັດຖະບານໃນການເລືອກເຟັ້ນຜູ້ພິພາກສາ; ບໍ່ອະນຸຍາດສານປະຊາຊົນສູງສຸດ ອອກຄຳຕັດສິນປະຕິເສດບັນດາກົດໝາຍພື້ນຖານ ເຊິ່ງສະພາແຫ່ງຊາດຮັບຮອງເອົາ; ສະພາແຫ່ງຊາດກໍ່ມີສິດປະຕິເສດບັນດາຄຳຕັດສິນຂອງສານປະຊາຊົນສູງສຸດ ດ້ວຍຈຳນວນບັດສະໜັບສະໜູນ 61/120 ບັດ. ແຕ່ເຖິງຢ່າງໃດກໍ່ຕາມ, ແຜນການປະຕິຮູບນີ້ ໄດ້ຮັບປະຕິກິລະຍາຄັດຄ້ານຢ່າງແຮງ ຈາກບັນດາຜູ້ນຳໜ້າອົງການຕຸລາການ, ປະທານສານປະຊາຊົນສູງສຸດ, ວົງການຜູ້ພິພາກສາ.

ຕອບກັບ

ຂ່າວ/ບົດ​ອື່ນ