ການແຫ່ຂະບວນປະທ້ວງຢູ່ ແອດສະປາຍ ຄັດຄ້ານນະໂຍບາຍ ຮັດເຂັມຄັດ

ການແຫ່ຂະບວນປະທ້ວງຢູ່ ແອດສະປາຍ ຄັດຄ້ານນະໂຍບາຍ ຮັດເຂັມຄັດ - ảnh 1
ການແຫ່​ຂະ​ບວນຂະໜາດ​ໃຫຍ່ຢູ່ແອດ​ສະ​ປາຍ
(ພາບ: AFP)


(vovworld) -     ວັນ​ທີ 30/9, ນະຄອນ​ຫຼວງ Madrid ​ຂອງ ​ແອດ​ສະ​ປາຍ ​ໄດ້​ເກີດ​ການ​ແຫ່​ຂະ​ບວນປະ​ທ້ອງຂະໜາດ​ໃຫຍ່ ດ້ວຍ​ການ​ເຂົ້າ​ຮ່ວມ​ປະມານ 5000 ຄົນ ​ເພື່ອ​ຄັດ​ຄ້ານ​ມາດ​ຕະການ​ຮັດ​ເຂັມຄັດ​ຂອງ​ລັດຖະບານ. ນີ້​ແມ່ນ​ການ​ແຫ່​ຂະ​ບວນປະ​ທ້ອງ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ທີ 3 ​ໃນ​ໜຶ່ງ​ສັບປະດາ​ຜ່ານ​ມາຢູ່ Madrid. ກ່ອນ​ໜ້ານັ້ນ, ທີ່​ການ​ແຫ່​ຂະ​ບວນປະ​ທ້ອງ​ເມື່ອ​ວັນ​ທີ 25/9, ການປະ​ທະ​ກັນລະຫວ່າງ​ຕຳຫຼວດ ​ແລະ ຜູ້​ແຫ່​ຂະ​ບວນປະ​ທ້ອງ​ໄດ້​ເຮັດ​ໃຫ້ 64 ຄົນ​ຖືກ​ບາດ​ເຈັບ, 35 ຄົນ​ຖືກ​ຈັບ​ຕົວ. ນອກຈາກ​ນັ້ນ, ນັບ​ຮ້ອຍ​ຄົນ​ກໍ​ຈັດ​ຕັ້ງ​ການ​ແຫ່​ຂະ​ບວນປະ​ທ້ອງ​ຢູ່​ນອກ​ບັນດາ​ຫ້ອງການ​ສະພາ​ທ້ອງ​ຖິ່ນ​ຢູ່ ​ແອດ​ສະ​ປາຍ ​ໃນ​ວັນ​ທີ 29/9 ​ເພື່ອ​ສະ​ແດງ​ຄວາມ​ສະໜັບສະໜຸູນຜູ້​ແຫ່​ຂະ​ບວນປະ​ທ້ອງ​ຢູ່​ນະຄອນຫຼວງ Madrid. ການ​ແຫ່​ຂະ​ບວນປະ​ທ້ອງ​ດຳ​ເນີນ​​ໄປ​ກົງ​ກັບ​​ເວລາ​ທີ່​ລັດຖະບານ ​ແອດ​ສະ​ປາຍ ​ເລີ່ມ​ປຶກສາ​ຫາລື​​ແຜນ​ງົບປະມານ​ປີ 2013 ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ. ​ແຜນງົບປະມານ ​ໄດ້​ຮັບ​ການຮຽບຮຽງ​ໂດຍ​ອີ່​ງ​ໃສ່​ພື້ນຖານ​ຫຼຸ​ກຜ່ອນ​ການ​ໃຊ້​ຈ່າຍ ໃນ​ນັ້ນ, ​ຫຼຸດຜ່ອນ 22% ງົບປະມານ​ທີ່​ສະຫງວນໃຫ້​​ແກ່ກະຊວງ​ສາທາລະນະ​ສຸກ.

ຂ່າວ/ບົດ​ອື່ນ