ການໂອ້ລົມສົນທະນາກ່ຽວກັບສິດທິມະນຸດ ຫວຽດນາມ - ອົດສະຕາລີ ຮອບທີ 15

(VOVWORLD) - ສອງຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບຄວາມມານະພະຍາຍາມ, ຜົນງານກໍ່ຄືບັນດາສິ່ງທ້າທາຍ

 ການໂອ້ລົມສົນທະນາຮອບທີ 15 ກ່ຽວກັບສິດທິມະນຸດປະຈຳປີລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຫາກໍ່ຈັດຕັ້ງຢູ່ຮ່າໂນ້ຍ. ການໂອ້ລົມສົນທະນາໄດ້ດຳເນີນໄປບົນຈິດໃຈກົງໄປກົງມາ, ສ້າງສັນ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ. ສອງຝ່າຍໄດ້ຕີລາຄາສູງບັນດາບາດກ້າວພັດທະນາດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບຄວາມມານະພະຍາຍາມ, ຜົນງານກໍ່ຄືບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຂອງແຕ່ລະປະເທດໃນການຊຸກຍູ້ ແລະ ຮັບປະກັນສິດທິມະນຸດ; ແລກປ່ຽນກ່ຽວກັບບັນດາຂົງເຂດສິດທິມະນຸດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນສຸມໃສ່ເຂົ້າບັນດາເນື້ອໃນກ່ຽວກັບລັດແຫ່ງອຳນາດນິຕິບັນຍັດ ແລະ ການປະຕິຮູບກົດໝາຍ, ເລື່ອງຮັບປະກັນບັນດາສິດເສລີພື້ນຖານ ແລະ ສິດຂອງບັນດາກຸ່ມທີ່ມີຄວາມສ່ຽງໄພສູງກ່ວາເພິ່ນ. ສອງຝ່າຍກໍ່ແລກປ່ຽນບັນດາຄວາມສາມາດ ແລະ ມາດຕະການເພີ່ມທະວີການຮ່ວມມືໃນຂອບເຂດສອງຝ່າຍ ແລະ ຢູ່ບັນດາເວທີປາໄສຫຼາຍຝ່າຍໃນພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ