ການໂອ້ລົມສົນທະນາຫວຽດນາມ-ອາເມລິກາຄູ່ຮ່ວມມືຮອບດ້ານ ແລະ ພົບປະແລກປ່ຽນປະຊາຊົນ

ການໂອ້ລົມສົນທະນາຫວຽດນາມ-ອາເມລິກາຄູ່ຮ່ວມມືຮອບດ້ານ ແລະ ພົບປະແລກປ່ຽນປະຊາຊົນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 22/02 ຢູ່​ຮ່າ​ໂນ້ຍ, ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ຂຶ້ນ​ກັບສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ດ້ວຍ​ຫົວ​ຂໍ້​ວ່າ: “ຫວຽດນາມ - ອາ​ເມ​ລິ​ກາ ຄູ່​ຮ່ວມ​ມື​ຮອບດ້ານ, ການ​ຮ່ວມ​ມື ​ແລະ ພົບ​ປະ​ແລກປ່ຽນ​ປະຊາຊົນ”. ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍຂອງ​ການ​ໂອ້​ລົມ​ສົນທະນາ ​ເຊິ່ງ​ໄດ້​ຈັດ​ຕັ້ງ​ໃນ​ສະພາບ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ພວມມີ​ຄວາມ​ຄົບ​ໜ້າ​ຢ່າງ​ດີງາມ; ການ​ພົວພັນ​ລະຫວ່າງປະຊາຊົນ 2 ປະ​ເທດ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ບັນລຸ​ໄດ້​ບັນດາ​ຜົນງາ​ນຕັ້ງໜ້າ​ໃນ​ຫລາຍ​ຂົງ​ເຂດ.  ທ່ານ ຫງວຽນ​ເຕີມ​ຈ໋ຽນ ປະທານ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ຫວັງ​ວ່າ ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ການ​ໂອ້​ລົ​ມສົນທະນາ ຈະ​ພ້ອມ​ກັນ​ປຶ​ກສາ​ຫາລື​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ, ວິທີ​ການ​ໃໝ່ ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ປະຊາຊົນ ຫວຽດນາມ - ອາ​ເມ​ລິ​ກາ. ສ່ວນ​ທ່ານ​ນາງ Marsha Four ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຫວຽດນາມ ຢືນຢັນ​ວ່າ: ດ້ວຍ​ພາລະ​ບົດບາດ ​ແລະ ໜ້າ​ທີ່​ຂອງ​ຕົນ, ສະມາຄົມ​ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ​ ​ເຂົ້າຮ່ວມ​ສົງຄາມຢູ່ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ມີ​ບັນ​ດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ກ່ວາ​ອີກ ປະກອ​ບສ່ວນປັບປຸງ​ສາຍ​ພົວພັນ​ລະຫວ່າງ​ປະຊາຊົນ 2 ປະ​ເທ​ດ. ທ່ານ Chuck Searcy ​ແມ່ນ​ນັກຮົບ​ເກົ່າ ອາ​ເມ​ລິ​ກາ ທີ່​ເຄີຍ​ເຂົ້າ​ຮ່ວມ​ສົງຄາມ​ຢູ່ ຫວຽດນາມ ​ແບ່ງປັນ​ວ່າ: ​ໃນ​ວິວັດທະນາ​ການຮຳບາດ​ແຜຈາກ​ສົງ​ຄາມ, ວິວັດ​ການ​ຮ່ວມ​ມື​ລະຫວ່າງປະຊາຊົນ 2 ປະ​ເທດ ບັນລຸ​ໄດ້​ຫລາຍບາດ​ກ້າວ​. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ປະຈຸ​ບັນ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ໃນ​ວຽກ​ງານໜູນ​ຊ່ວຍຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ແລະ ຝ່າຍ ອາ​ເມ​ລິ​ກາ ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ໜູນ​ຊ່ວຍ ຫວຽດນາມ ​ແກ້​ໄຂ​ບັນຫາ​ນີ້

ຕອບກັບ

ຂ່າວ/ບົດ​ອື່ນ