ການ​ໂອ້​ລົມ​ສົນ​ທະ​ນາ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ແລະ ສົ່ງ​ເສີມ​ການ​ຄ້າ ຫວຽດ​ນາມ ຢູ່ ອິດ​ສະ​ລາ​ແອັນ

(VOVWORLD) -ທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດທະທູດ ຫວຽດນາມ ປະຈຳ ອິດສະລາແອັນ ຫຼີດຶກຈຸງ ໃຫ້ຮູ້ວ່າ ປັດຈຸບັນ, ຫວຽດນາມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຕ້ອນຮັບການລົງທຶນ ແລະ ຜະລິດ.
ການ​ໂອ້​ລົມ​ສົນ​ທະ​ນາ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ແລະ ສົ່ງ​ເສີມ​ການ​ຄ້າ ຫວຽດ​ນາມ ຢູ່ ອິດ​ສະ​ລາ​ແອັນ - ảnh 1ອ່າວວິງຮີ, ແຂວງນິງທ້ວນ (ພາບ: VOV)

ວັນທີ 15 ມິຖຸນາ, ສະຖານທູດ ຫວຽດນາມ ປະຈຳ ອິດສະລາແອັນ ໄດ້ຈັດຕັ້ງການໂອ້ລົມສົນທະນາໂຄສະນາການທ່ອງທ່ຽວ ແລະ ສົ່ງເສີມການຄ້າ ຜະລິດຕະພັນກະເສດ ຫວຽດນາມ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຫະພັນບັນດາຫ້ອງການການຄ້າອິດສະລາແອັນ, ສະມາຄົມການຜະລິດ, ບັນດາວິສາຫະກິດໃນຫຼາຍຂົງເຂດ, ຊາວຫວຽດນາມ ອາໄສຢູ່ອິດສະລາແອັນ.

ທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດທະທູດ ຫວຽດນາມ ປະຈຳ ອິດສະລາແອັນ ຫຼີດຶກຈຸງ ໃຫ້ຮູ້ວ່າ ປັດຈຸບັນ, ຫວຽດນາມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຕ້ອນຮັບການລົງທຶນ ແລະ ຜະລິດ. ມາຫວຽດນາມ, ປະຊາຊົນ, ວິສາຫະກິດອິດສະລາແອັນອາດຈະສຳຜັດກັບແຫຼ່ງວັດຖຸດິບທີ່ອຸດົມສົມບູນ.

ບັນດາຜູ້ແທນເຂົ້າຮ່ວມກໍ່ສະແດງຄວາມປາດຖະໜາກຢາກເຂົ້າຮ່ວມການຂຸດຄົ້ນບັນດາກາລະໂອກາດຮ່ວມມືລະຫວ່າງສອງປະເທດໃນຂົງເຂດການຄ້າ ແລະ ການທ່ອງທ່ຽວ, ໂດຍເນັ້ນໜັກວ່າ ຊາວອິດສະລາແອັນ ຢາກມາ ຫວຽດນາມ ທີ່ສຸດ ເມືອ ປະກາດວ່າ ຫວຽດນາມ ສາມາດຄວບຄຸມໄດ້ພະຍາດໂຄວິດ - 19 ແລະ ເປີດປະຕູການທ່ອງທ່ຽວເປັນປົກກະຕິຄືນໃໝ່. ສ່ວນການລົງທຶນ ແລະ ການຄ້າ, ອິດສະລາແອັນ ມີຫຼາຍເຕັກໂນໂລຢີເຊິ່ງບັນດາວິສາຫະກິດ ຫວຽດນາມ ພວມມີຄວາມຕ້ອງການ, ເປັນຕົ້ນແມ່ນກ່ຽວຂ້ອງເຖິງການຍົກສູງຄຸນຄ່າການຜະລິດກະສິກຳ ແລະ ປຸງແຕ່ງສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ