ກຳນົດດັດຊະນີປະຕິຮູບການບໍລິຫານເພື່ອຊຸກຍູ້ພາລະກິດປະຕິຮູບການບໍລິຫານ

(VOVWORLD) - ນີ້ໄດ້ຮັບຖືວ່າແມ່ນເຄື່ອງມືຄຸ້ມຄອງທີ່ສຳຄັນ, ຊ່ວຍໃຫ້ລັດຖະບານຕິດຕາມ, ຕີລາຄາຊັດເຈນ ແລະ ພາວະວິໄສກ່ຽວກັບສະພາບການຜັນຂະຫຍາຍ

ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ນະຄອນ ຕາມກີ່, ແຂວງ ກ໋ວາງນາມ, ກະຊວງພາຍໃນ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດປະກອບຄຳເຫັນໃສ່ແຜນຮ່າງ “ກຳນົດດັດຊະນີປະຕິຮູບການບໍລິຫານຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງ” ໄລຍະ 2022 – 2030. ດັດຊະນີປະຕິຮູບການບໍລິຫານໂດຍກະຊວງພາຍໃນສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການສາກົນສ້າງ ແລະ ຜັນຂະຫຍາຍນຳໃຊ້ແຕ່ປີ 2012 ເພື່ອຕີລາຄາ, ຈັດອັນດັບໝາກຜົນຂອງການປະຕິຮູບການບໍລິຫານລັດໃນແຕ່ລະປີຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ. ນີ້ໄດ້ຮັບຖືວ່າແມ່ນເຄື່ອງມືຄຸ້ມຄອງທີ່ສຳຄັນ, ຊ່ວຍໃຫ້ລັດຖະບານຕິດຕາມ, ຕີລາຄາຊັດເຈນ ແລະ ພາວະວິໄສກ່ຽວກັບສະພາບການຜັນຂະຫຍາຍ, ໝາກຜົນວຽກງານປະຕິຮູບການບໍລິຫານຜ່ານລະບົບບັນດາມາດຖານຕາມແຕ່ລະຂົງເຂດປະຕິຮູບການບໍລິຫານ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟ້າມມິງຮູ່ງ, ຫົວໜ້າກົມປະຕິຮູບການບໍລິຫານ, ກະຊວງພາຍໃນ, ໃຫ້ຮູ້ວ່າ: ເປົ້າໝາຍລວມຂອງແຜນຮ່າງເພື່ອແນໃສ່ຄົ້ນຄ້ວາ, ກໍ່ສ້າງ ແລະ ສ້າງເນື້ອໃນມາດຕະຖານ, ວິທີການກຳນົດດັດຊະນີການປະຕິຮູບການບໍລິຫານໃຫ້ສົມບູນແບບ, ເໝາະສົມກັບສະພາບຕົວຈິງ ແລະ ບັນດາຂໍ້ກຳນົດກົດໝາຍທີ່ພວມປະກາດໃຊ້ເພື່ອຕິດຕາມ, ຕີລາຄາໝາກຜົນແຫ່ງການຜັນຂະຫຍາຍປະຕິບັດໂຄງການສັງລວມປະຕິຮູບການບໍລິຫານລັດໄລຍະ 2021 – 2030 ເພື່ອຊຸກຍູ້ພາລະກິດປະຕິຮູບການບໍລິຫານລວມຂອງປະເທດຊາດ.

       

ຕອບກັບ

ຂ່າວ/ບົດ​ອື່ນ