ກຳນົດທີ່ຕັ້ງ ແລະ ສ້າງເຄື່ອງໝາຍການຄ້າໃຫ້ແກ່ຂະແຫນງທ່ອງທ່ຽວ ຮ່າຢາງ

(VOVWORLD) - ແຂວງ ຮ່າຢາງ ແລະ ກາວບັ່ງ ໄດ້ຮັບຮອງຜະລິດຕະພັນທ່ອງທ່ຽວຮ່ວມສຳພັນລະຫວ່າງສວນສາທາລະນະທໍລະນີຊາດທົ່ວໂລກ 2 ແຫ່ງ.
 
ກຳນົດທີ່ຕັ້ງ ແລະ ສ້າງເຄື່ອງໝາຍການຄ້າໃຫ້ແກ່ຂະແຫນງທ່ອງທ່ຽວ ຮ່າຢາງ - ảnh 1(ພາບປະກອບ: VGP)
 

ຕອນເຊົ້າວັນທີ 30 ມີນາ, ຢູ່ນະຄອນ ຮ່າຢາງ, ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຫະພັນທ່ອງທ່ຽວ ຫວຽດນາມ ຈັດກອງປະຊຸມສຳມະນາ "ກຳນົດທີ່ຕັ້ງ ແລະ ສ້າງເຄື່ອງໝາຍການຄ້າທ່ອງທ່ຽວ ຮ່າຢາງ ໃນໄລຍະໃໝ່".

ຮ່າຢາງ ແມ່ນແຂວງຢູ່ເຫນືອສຸດຂອງ ຫວຽດນາມ ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫລາຍຢ່າງເພື່ອພັດທະນາການທ່ອງທ່ຽວ. ຮ່າຢາງ ວາງຄາດໝາຍຮອດປີ 2025 ຂະແຫນງທ່ອງທ່ຽວກາຍເປັນຂະແຫນງເສດຖະກິດຈຸດສຸມ, ດຶງດູດນັກທ່ອງທ່ຽວ ກວ່າ 3 ລ້ານເທື່ອຄົນ/ປີ. ການກຳນົດທິດຮອດປີ 2030 ເຂດພູພຽງຫີນ ດົ່ງວັນ ໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວແຫ່ງຊາດ, ດຶງດູດນັກທ່ອງທ່ຽວປະມານ 5 ລ້ານເທື່ອຄົນ/ປີ. ຮ່າຢາງ ພວມມຸ່ງໄປເຖິງ ເປົ້າໝາຍການກຳນົດທີ່ຕັ້ງ ການທ່ອງທ່ຽວຂອງແຂວງໃນແຜນທີ່ທ່ອງທ່ຽວ ຫວຽດນາມ ແລະ ໂລກ, ນຳຂະແຫນງທ່ອງທ່ຽວໃຫ້ກາຍເປັນກຳລັງຫນູນໃນການພັດທະນາ ເສດຖະກິດ.

ທ່ານນາງ ຈ້ຽວທິຕິ່ງ, ຮອງຫົວຫນ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຮ່າຢາງ ໃຫ້ຮູ້ວ່າ:

 “ຮ່າຢາງ ມີຄວາມເອົາໃຈໃສ່ເປັນພິເສດການອະນຸລັກຮັກສາບັນດາຄຸນຄ່າ ວັດທະນະທຳພື້ນເມືອງ ແລະ ຮັກສາບັນດາມໍລະດົກຊື່ງທຳມະຊາດດົນບັນດານໃຫ້ ຮ່າຢາງ, ພິເສດແມ່ນສວນທໍລະນີສາດທົ່ວໂລກ ເຂດພູພຽງຫີນ ດົ່ງວັນ. ປະຈຸບັນ ພວກຂ້າພະເຈົ້າ ກໍ່ຮັກສາບັນດາງານບຸນປະເພນີເພື່ອໃຫ້ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າຮ່ວມນຳຊາວທ້ອງຖິ່ນ ເມື່ອມາຢາມແຂວງ ຮ່າຢາງ”.

ຕາມ ທ່ານ ປອ ຫວູນາມ, ພະແນກທ່ອງທ່ຽວ ແລະ ໂຮງແຮມ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ແລ້ວ, ຮ່າຢາງ ຄວນກະກຽມແຫລ່ງ ຊັບພະຍາກອນມະນຸດໃຫ້ດີທີ່ສຸດ; ເພີ່ມທະວີການຮ່ວມມືລະຫວ່າງເມືອງ, ເທດສະບານ, ບັນດາສະຖານທີ່ທ່ອງທ່ຽວ ເພື່ອສ້າງພື້ນທີ່ທ່ອງທ່ຽວທີ່ເປັນເອກະລັກ ສະເພາະ, ຍືນຍົງ. ພ້ອມກັນນັ້ນ ຮ່າຢາງ ກໍ່ຄວນເປັນເຈົ້າການໃນການສ້າງ, ສະເຫນີບັນດາແຜນການ, ນະໂຍບາຍໃຫມ່ໃຫ້ເໝາະສົມກັບສະພາບຕົວຈິງ, ທ່າອ່ຽງ ຂອງການພັດທະນາ.

        “ຮ່າຢາງ ຄວນເອົາໃຈໃສ່ດ້ານຄຸນຄ່າທີ່ແຕກຕ່າງກັບບັນດາທ້ອງຖິ່ນອື່ນທີ່ຢູ່ ພາຍໃນປະເທດ ແລະ ໂລກ. ໃນການກໍ່ສ້າງບັນດາຜະລິດຕະພັນທ່ອງທ່ຽວ, ຮ່າຢາງ ຕ້ອງນຳເຊິ່ງຄວາມຮູ້ສຶກທີ່ພິເສດມາໃຫ້ນັກທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວເລືອກເຟັ້ນ ແລະ ຊື້ບັນດາຜະລິດຕະພັນທ່ອງທ່ຽວຂອງທ້ອງຖິ່ນ. ຈາກນັ້ນ ບັນດາຜະລິດ ຕະພັນທ່ອງທ່ຽວກໍ່ມີຄວາມດູດດື່ມ, ມີຄຸນຄ່າສູງກວ່າ, ນັກທ່ອງທ່ຽວຈະເລືອກເຟັ້ນ ມາທ່ຽວຢູ່ ຮ່າຢາງ ຫລາຍກວ່າ ແລະ ສ້າງກຳລັງແກ້ງແຍ່ງໃຫ້ແກ່ການທ່ອງທ່ຽວ ຮ່າຢາງ”.

        ກໍ່ທີ່ກອງປະຊຸມສຳມະນາ, ແຂວງ ຮ່າຢາງ ແລະ ກາວບັ່ງ ໄດ້ຮັບຮອງຜະລິດຕະພັນທ່ອງທ່ຽວຮ່ວມສຳພັນລະຫວ່າງສວນສາທາລະນະທໍລະນີຊາດທົ່ວໂລກ ເຂດພູພຽງຫີນ ດົ່ງເວັນ (ຮ່າຢາງ) ແລະ ສວນສາທາລະນະທໍລະນີຊາດທົ່ວໂລກແມ່ນ້ຳລຳເຊ ກາວບັ່ງ (ກາວບັ່ງ). ນີ້ແມ່ນຜະລິດຕະພັນເພື່ອຊຸກຍູ້ການພັດທະນາການຮ່ວມສຳພັນຜະລິດຕະພັນທ່ອງທ່ຽວລະຫວ່າງ  2 ທ້ອງຖິ່ນ, ປະກອບສ່ວນຍ       ົກສູງປະສິດທິຜົນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າ ແລະ ປົວແປງການດຳລົງຊີວິດໃຫ້ແກ່ປະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ