ກ່ຳປັ່ນຖືກຈົມນ້ຳຢູ່ນອກທະເລລີບີເຮັດໃຫ້ຄົນອົບພະຍົບເສຍຊີວິດນັບສິບໆຄົນ

ກ່ຳປັ່ນຖືກຈົມນ້ຳຢູ່ນອກທະເລລີບີເຮັດໃຫ້ຄົນອົບພະຍົບເສຍຊີວິດນັບສິບໆຄົນ - ảnh 1
ເຫດ​ກ່ຳ​ປັ່ນ​ຈົມ​ນ້ຳ​ຢູ່​ນອກ​ທະ​ເລ ລີ​ບີ
(ພາບ: EPA/ TTXVN)

(vovworld) - ​ ຊາວອົບ​ພະຍົບປະມານ 20 – 30 ຄົນຖື​ກ​ເສຍ​ຊີວິດ ​ໃນ​ເຫດ​ກ່ຳ​ປັ່ນ​ຈົມ​ນ້ຳ​ຢູ່​ນອກ​ທະ​ເລ ລີ​ບີ, ​ໃນ​ຂະນະ​ນັ້ນທີ່ມີ 88 ຄົນ​​ໄດ້​ຮັບ​ການ​ກູ້​ເອົາຊີວິດ. ນີ້​ແມ່ນ​ເຫດກໍລະນີ​ກ່ຳ​ປັ່ນ​ຈົມ​ນ້ຳ​ທີ່​ມີ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ໃຫຍ່​ອັນ​ດັບ​ທ 2 ​ໃນ 2 ວັນ​ຜ່ານ​ມາ​ຢູ່​ເຂດ​ທະ​ເລ​ນີ້. ​ວັນ​ທີ 26/05 ໂຄສົກບັ້ນ​ຮົບ​ Sophia ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ເພື່ອ​ແນ​ໃສ່​ຕ້ານ​ຄືນ​ໄພການ​ຄ້າ​ມະນຸດຢູ່​ທະ​ເລ​ເມ​ດີ​ແຕຣາ​ເນ ​ໃຫ້​ຮູ້​ວ່າ: ​ເຮືອບິນ​ສອດ​ແນມ​ຂອງ ລຸກ​ແຊມ​ບົວ ​ໄດ້​ພົບ​ເຫັນ ກຳ່​ປັ່ນ​ລຳ 1 ຖື​ກຈົມ​ນ້ຳ​ຢູ່​​ຫ່າງ​​ຈາກຝັ່ງ​ທະ​ເລ ຊີ​ບີ 35 ​ໄມ​ທະ​ເລ ພ້ອມ​ກັບ​ຊາວ​ອົບ​ພະຍົບປະມານ 100 ຄົນ​ພວມ​ຕົກ​ຢູ່​ໜ້າ​ທະ​ເລ ຫຼື ພວມ​ຈັບ​ໃສ່​ເຮືອ​ທີ່​ພວມ​ຈົມ​ນ້ຳ ຫລັງ​ຈາກ​ນັ້ນ, ກ່ຳ​ປັ່ນ​ Reina Sofia ຂອງ ​ແອັດສະ​ປາຍ ​ແລະ ກອງ​ລາດຕະ​ເວນ​ແຄ​ມທະ​ເລ ອີ​ຕາ​ລີ ​ໄດ້ມີໜ້າ​ຢູ່​ສະຖານ​ທີ່​ເກີດ​ເຫດ ​ເພື່ອ​ກູ້​ເອົາ​ຊີວິດ​ຜູ້​ຖືກ​ເຄາະ​ຮ້າຍ. ປະຈຸ​ບັນການກູ້​ໄພ​ກູ້​ຊີບ​ຍັງ​ສືບ​ຕໍ່​ດຳ​ເນີນ​ຢູ່.

ຂ່າວ/ບົດ​ອື່ນ