ກຳ​ປູ​ເຈຍ​ ຕີ​ລາ​ຄາ​ສູງ​ ສະ​ຫະ​ປະ​ຊາ​ຊາດ​ ໃນ​ການ​ຮ່ວມ​ມື​ຊຸກ​ຍູ້​ລັດທິຫຼາຍ​ຝ່າຍ

(VOVWORLD) -ວັນທີ 15 ພະຈິກ, ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ໄດ້ອອກແຈ້ງການສື່ມວນຊົນ ກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດອາຊຽນ - ສປຊ, ໂດຍໄດ້ຈັດຕັ້ງຕາມຮູບການທາງອອນລາຍ ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. 
ກຳ​ປູ​ເຈຍ​ ຕີ​ລາ​ຄາ​ສູງ​ ສະ​ຫະ​ປະ​ຊາ​ຊາດ​ ໃນ​ການ​ຮ່ວມ​ມື​ຊຸກ​ຍູ້​ລັດທິຫຼາຍ​ຝ່າຍ - ảnh 1ກອງປະຊຸມສຸດຍອດອາຊຽນ - ສປຊ (ພາບ: TTXVN) 

ຕາງໜ້າທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen, ທ່ານ Aun Pornmoniroth ຮອງນາຍົກລັກຖະມົນຕີ ທັງເປັນລັດຖະມົນຕີກະຊວງເສດຖະກິດ - ການຄ້າ ກຳປູເຈຍ ໄດ້ສະແດງຄວາມຊົມເຊີຍເນື່ອງໃນ ວັນສ້າງຕັ້ງ ສປຊ ຄົບຮອບ 75 ປີແລະ ສະແດງຄວາມສະໜັບສະໜູນຕໍ່ຫົວຂໍ້ປີນີ້ຂອງ ສປຊທີ່ວ່າ “ອະນາຄົດ ທີ່ພວກເຮົາປາດຖະໜາ, ສປຊ ພວກເຮົາຄວນ: ຢັ້ງຢືນຄຳໝັ້ນສັນຍາລວມຕໍ່ລັດທິຫຼາຍຝ່າຍຄືນໃໝ່”, ເຊິ່ງໄດ້ສ່ອງແສງໃຫ້ເຫັນຄວາມມຸ່ງຫວັງຢ່າງແຮງຂອງ ບັນດາປະເທດໃນໂລກ ໃນການຮັກສາສັນຕິພາບ ແລະ ຄວາມວັດທະນາຖາວອນຜ່ານບັນດາຄຳໝັ້ນສັນຍາລວມໝູ່ ຕໍ່ລັດທິຫຼາຍຝ່າຍ.

ແຈ້ງການຂອງ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍໃຫ້ຮູ້ວ່າ ອາຊຽນ ສະແດງຄວາມຊົມເຊີຍຕໍ່ເລື່ອງ ສປຊ ສືບຕໍ່ສະໜັບສະໜູນການກໍ່ສ້າງປະຊາຄົມ ອາຊຽນ, ໂດຍເປັນອາຊຽນທີ່ສວມບົດບາດເປັນໃຈກາງ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ