ພະວິຫານ Angkor ຢູ່ ແຂວງ Seam Reap
ພາບ:internet
|
(vovworld)- ໃນຊຸມມື້ຕ້ອນຮັບປີໃຫມ່ 2016 ຕາມປະເພນີຂອງຊາວເຜົ່າ ຂະແມ, ບັນດາສະຖານທີ່ທ່ອງທ່ຽວຂອງ ກຳປູເຈຍ ໄດ້ຕ້ອນຮັບນັກທ່ອງທ່ຽວ ປະມານ 2,5 ລ້ານເທື່ອຄົນ, ໃນນັ້ນ ສະເພາະພະວິຫານບູຮານ Angkor ຢູ່ ແຂວງ Seam Reap ໄດ້ຕ້ອນຮັບ 1,3 ລ້ານເທື່ອຄົນ. ທ່ານ Thong Khon, ລັດຖະມົນຕີວ່າການກະຊວງທ່ອງທ່ຽວ ກຳປູເຈຍ ໃຫ້ຮູ້ວ່າ: ໃນ 4 ມື້ຕ້ອນຮັບບຸນປີໃຫມ່ປະເພນີ, ພະວິຫານບູຮານ Angkor ຢູ່ ແຂວງ Seam Reap ດ້ວຍບັນດາລາຍການວັດທະນະທຳທີ່ເປັນມູນເຊື້ອ ໄດ້ຕ້ອນຮັບນັກທ່ອງທ່ຽວ 1,3 ລ້ານເທື່ອຄົນ, ໃນນັ້ນ ມີນັກທ່ອງທ່ຽວຕ່າງປະເທດປະມານ 300.000 ເທື່ອຄົນ ເພີ່ມຂຶ້ນປະມານ 30% ເມື່ອທຽບໃສ່ໂອກາດບຸນເຕັດຂະແມປີ 2015. ນອກຈາກ Seam Reap ແລ້ວ, ນັກທ່ອງທ່ຽວຍັງໄປຢ້ຽມຢາມບັນດາສະຖານທີ່ທ່ອງທ່ຽວ ຢູ່ Battambag, ຫາດຊາຍທະເລ ຢູ່ Sihanoukville, Kampot, Kep ຫລືເຂດທ່ອງທ່ຽວ Bokor.