ກຳປູເຈຍ:ພັກ CNRP ຕົກລົງເຈລະຈາກັບ ພັກ CPP
(ພາບ: Trần Chí Hùng/TTXVN)
(vovworld)- ພັກກູ້ຊາດກຳປູເຈຍ (CNRP) ຝ່າຍຄ້ານ ໄດ້ຕົກລົງເຂົ້າຮ່ວມການເຈລະຈາທີ່ຈັດຂຶ້ນໃນຕອນເຊົ້າວັນທີ 17/3 ກັບພັກ ປຊຊ ກຳປູເຈຍ (CPP) ກຳອຳນາດ. ທ່ານ Mao Monivan ໜື່ງໃນສະມາຊິກຝ່າຍຄ້ານ 6 ທ່ານຂອງຄະນະກຳມະການປະສົມກ່ຽວກັບການປະຕິຮູບການເລືອກຕັ້ງໃຫ້ຮູ້ວ່າ: ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາພາຍຫຼັງ CPP ເຫັນດີວ່າ: ທີ່ການເຈລະຈາຄັ້ງຈະມາເຖິງ, ສອງຝ່າຍຈະປຶກສາຫາລືຫົວເລື່ອງປະຕິຮູບຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC). ຕາມຂໍ້ສະເໜີຂອງ CNRP, ການເຈລະຈາໃນວັນທີ 17/3 ຈະປຶກສາຫາລືຖານະເອກະລາດຂອງ NEC ແລະ ບັນດາສະມາຊິກຂອງ NEC ຕ້ອງໄດ້ຮັບການຮັບຮອງເອົາຈາກບັນດາທ່ານສະມາຊິກລັດຖະສະພາດ້ວຍອັດຕາ 2/3. ກ່ອນໜ້ານັ້ນ, ທ່ານ Bon Chhin ຫົວໜ້າຄະນະເຈລະຈາຂອງ CPP ເນັ້ນໜັກວ່າ, ຄະນະກຳມະການການເລືອກຕັ້ງຈະປຶກສາຫາລືຂອບເຂດຂອງວິວັດການເລືອກຕັ້ງ. ຕາມທ່ານແລ້ວ, CPP ເຊື່ອໝັ້ນວ່າ, ໃນການເຈລະຈາຄັ້ງຈະມາເຖິງ, ສອງຝ່າຍຈະບັນລຸໄດ້ຂໍ້ຕົກລົງລວມກ່ຽວກັບກົນໄກປະຕິຮູບການເລືອກຕັ້ງ ຊື່ງຈະເປັນປະຖົມປັດໄຈໃຫ້ແກ່ການເລືອກຕັ້ງຄັ້ງຕໍ່ໄປ./.