(ພາບປະກອບ)
(vov) - ຕອນເຊົ້າວັນທີ 29/9, ຢູ່ນະຄອນ ໂຮ່ຈີມິນ, ກຳມາທິການກົດໝາຍສະພາແຫ່ງຊາດສິ້ນສຸດວາລະປະຊຸມຄົບຄະນະຄັ້ງທີ 6 ດ້ວຍການປະກອບຄວາມເຫັນໃຫ້ແກ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບຂັ້ນຕອນ, ລະບຽບການ, ວິທີການຮັບເອົາບັດໄວ້ວາງໃຈສຳຫຼັບຜູ້ຮັກສາຕຳແໜ່ງ ໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ. ທ່ານ Nguyen Ba Thuyen, ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງເລິມດົ່ງ ປະກອບຄວາມເຫັນວ່າ:
”ຮ່າງມະຕິໄດ້ຍົກອອກຫຼາຍຕຳແໜ່ງຕ້ອງຮັບເອົາບັດໄວ້ວາງໃຈທີ່ສຸດ. ຕາມຂ້າພະເຈົ້າແລ້ວ, ຄວນສຸມໃສ່ຮັບເອົາບັດໄວ້ວາງໃຈສຳຫຼັບບາງຕຳແໜ່ງສຳຄັນເທົ່ານັ້ນ. ຕົວຢ່າງຄືສະພາແຫ່ງຊາດຮັບເອົາບັດໄວ້ວາງໃຈສຳຫຼັບຄະນະປະຈຳສະພາແຫ່ງຊາດຂຶ້ນໄປ, ສ່ວນບັນດາກະຊວງຄວນຮັບເອົາບັດໄວ້ວາງໃຈຈາກລັດຖະມົນຕີຂຶ້ນໄປ. ແລະ 2 ປີເທື່ອໜຶ່ງພວກເຮົາຈະດຳເນີນການຮັບເອົາບັດໄວ້ວາງໃຈ, ບົນພື້ນຖານນັ້ນຈະປ່ອນບັດບໍ່ໄວ້ວາງໃຈອີກ”
ເປັນອັນວ່າພາຍຫຼັງ 3 ມື້ແຫ່ງການເຮັດວຽກ, ວາລະປະຊຸມຄົບຄະນະຄັ້ງທີ 6 ຂອງກຳມາທິການກົດໝາຍສະພາແຫ່ງຊາດ ໄດ້ປະກອບຄວາມເຫັນຫຼາຍບັນຫາທີ່ສຳຄັນ. ທ່ານ Phan Trung Ly, ຫົວໜ້າກຳມາທິການກົດໝາຍສະພາແຫ່ງຊາດ, ຕີລາຄາວ່າ:
”ເຖິງວ່າວາລະປະຊຸມດຳເນີນພາຍໃນເວລາພຽງ 3 ວັນເທົ່ານັ້ນ, ແຕ່ກຳມາທິການກົດໝາຍສະພາແຫ່ງຊາດ ພັດແກ້ໄຂໄດ້ຫຼາຍບັນຫາເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝຈະມາເຖິງຂອງສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ປຶກສາຫາລື ແລະ ປະກອບຄວາມເຫັນກ່ຽວກັບກົດໝາຍວ່າດ້ວຍນະຄອນຫຼວງ, ເອກະສານລາຍງານໝາກຜົນແຫ່ງການຕິດຕາມກວດກາການປັບໄໝລົງໂທດດ້ານບໍລິຫານໃນຂົງເຂດຄົມມະນາຄົມ. ກວດກາຮ່າງມະຕິຮັບເອົາບັດໄວ້ວາງໃຈ ແລະ ປ່ອນບັດໄວ້ວາງໃຈສຳຫຼັບຜູ້ຮັກສາຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ, ແລະ ໃຫ້ສັດຕະຍາບັນ.”