ກຳລັງຝ້າຍຄ້ານຢູແກຼນ ພ້ອມແລ້ວຈະຢຸດຍິງ

ກຳລັງຝ້າຍຄ້ານຢູແກຼນ ພ້ອມແລ້ວຈະຢຸດຍິງ - ảnh 1
ທ່ານ Alexander Zakharchenko ​ຜູ້​ຂະໜານ​ນາມ​ເປັນນາຍົກລັດຖະມົນຕີ​ແຫ່ງ ສ. ປ. Doneska
(ພາບ: reuters)

(vovworld)- ກຳລັງຝ້າຍຄ້ານຢູແກຼນໃຫ້ຮູ້ເມື່ອວັນທີ 9/8 ວ່າ ໄດ້ກຽມພ້ອມ ໃຫ້ແກ່ຄຳສັ່ງຢຸດຍິງກັບ ກອງທັບລັດຖະບານແນໃສ່ສະກັດກັ້ນໂສກນາດຕະກຳມະນຸດສະທຳພວມແຜ່ລາມອອກສູ່ວົງກ້ວາງ. ຄຳຖະແຫຼງຖືກຍົກອອກມາໃນ ຂະນະທີ່ກອງທັບ​ລັດຖະບານຢູແກຼນພວມ​ຍາດ​ໄດ້​ທ່າ​ຊະນະ​ໃດ​ໜຶ່ງ​ບົນ​ສະໜາມ ຮົບພາກ​ຕາ​ເວັນ​ອອກ.​ ທ່ານ Alexander Zakharchenko ​ຜູ້​ຂະໜານ​ນາມ​ເປັນນາຍົກລັດຖະມົນຕີ​ແຫ່ງ ສ. ປ. Doneska ໃຫ້​ຮູ້​ວ່າ ນະຄອນສູນ​ກາງ​ອຸດສາຫະກຳ​ຂອງ ກຳລັງຝ້າຍຄ້ານຢູແກຼນ​ຍາມ​ໃດ​ກໍ​ກຽມພ້ອມ​ປ້ອງ​ກັນ​ນະຄອນ​ນີ້. ກ່ອນ​ໜ້າ​ນັ້ນ, ລັດຖະບານຢູແກຼນຍັງ​ຖະ​ແຫຼ​ງວ່າ ພ້ອມ​ແລ້ວ​ຈະ​ຢຸດ​ຍິງ ດ້ວຍ​ເງື່ອນ​ໄຂ ກຳລັງຝ້າຍຄ້ານຕ້ອງ​ຍອມ​ຈຳນົນ ​ແລະ ວາງ​ອາວຸດ. 

ຂ່າວ/ບົດ​ອື່ນ