ກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດສິ້ນສຸດພາລະກຳຢູ່ ມາລີ

(VOVWORLD) -ວັນທີ 30 ທັນວາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ອອກຖະແຫລງການຕີລາຄາສູງ MINUSMA ເມື່ອກຳລັງນີ້ກະກຽມສິ້ນສຸດພາລະກຳຮັກສາສັນຕິພາບຢູ່ ປະເທດ ອາຟຼິກາຕາເວັນຕົກ. 
ກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດສິ້ນສຸດພາລະກຳຢູ່ ມາລີ - ảnh 1ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ ມາລີ ໄປລາດຕາເວັນ ຢູ່ Timbuktu. ພາບ:AFP/TTXVN

ສະຫະປະຊາຊາດ ອອກແຈ້ງການໂດຍໃຫ້ຮູ້ວ່າ: ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ ມາລີ (MINUSMA) ກຽມພ້ອມສຳເລັດວິວັດການຖອນອອກຈາກປະເທດ ອາຟຼິກາຕາເວັນຕົກໃນວັນທີ 31 ທັນວາ ປີ 2023. ຕາມແຈ້ງການແລ້ວ ມີພຽງແຕ່ຫນ່ວຍງາມນ້ອຍຂອງ MINUSMA ຍັງຢູ່ ມາລີ ພາຍຫລັງຈຸດເວລາດັ່ງກ່າວເພື່ອຕິດຕາມກວດກາການເຄື່ອນໄຫວຂົນສົ່ງຊັບສິນ ແລະ ມັດມ້ຽນເອົາບັນດາອຸປະກອນຂອງ ສະຫະປະຊາຊາດ.

ທ່ານ El Ghassum Wane, ຫົວຫນ້າ MINUSMA ຢັ້ງຢືນວ່າ: “ບັນດາກອງທຶນອຸປະຖຳ, ອົງການ ແລະ ໂຄງການຂອງ ສປຊ ໄດ້ມີຫນ້າຢູ່ ມາລີ ແຕ່ດົນແລ້ວ ກ່ອນທີ່ຜັນຂະຫຍາຍ MINUSMA ແລະ ຈະສືບຕໍ່ຢູ່ ມາລີ” ພາຍຫລັງກຳລັງຮັກສາສັນຕິພາບຖອນອອກຈາກປະເທດ ອາຟຼິກາຕາເວັນຕົກ ນີ້.

ກ່ອນຫນ້ານັ້ນ, ວັນທີ 30 ທັນວາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ອອກຖະແຫລງການຕີລາຄາສູງ MINUSMA ເມື່ອກຳລັງນີ້ກະກຽມສິ້ນສຸດພາລະກຳຮັກສາສັນຕິພາບຢູ່ ປະເທດ ອາຟຼິກາຕາເວັນຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ