ກຳແໜ້ນສະພາບການ, ຮັບປະກັນການຮັກສາຄວາມສະຫງົບຢູ່ເຂດ ທາງທິດຕາເວັນຕົກສ່ຽງເໜືອ

ກຳແໜ້ນສະພາບການ, ຮັບປະກັນການຮັກສາຄວາມສະຫງົບຢູ່ເຂດ ທາງທິດຕາເວັນຕົກສ່ຽງເໜືອ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ທີ່ກອງປະຊຸມ
(ພາບ: chinhphu.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 28/9, ຄະນະ​ຊີ້​ນຳເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ກະຊວງ​ຕຳຫຼວດສົມທົບ​ກັນ​ຈັດ​ຕັ້ງ​ກ​ອງປະຊຸມກ່ຽວ​ກັບ​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ​ເຂດ​ອ້ອມ​ຂ້າງ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຮັບຮູ້ ​ແລະ ຕີລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ຂອງ​ບັນດາ​ກຳ​ລົງ​ປະຕິບັດ​ໜ້າ​ທີ່​ຮັກສາ​ຄວາມປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ​ເຂດ​ອ້ອມ​ຂ້າງ. ທ່ານ​ຮອງ​ນາຍົກລັດຖະມົນຕີຖື​ວ່າ ​ເພື່ອ​ບັນລຸ​ໄດ້ຜົນງານ​ດັ່ງກ່າວ ​​ແມ່ນມີ​ການ​ສະໜັບ​ສະ​ໜູນ, ການ​ປະ​ກອບ​ສ່ວນ​ທີ່​ໃຫຍ່​ຫຼວງ​ຂອງ​ປະ​ຊົາຊົນ​ບັນດາ​ເຜົ່າເຂດ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ. ສັງ​ເກດ​​ບັນດາ​ຄວາມ​ຫຍຸ້ງຍາກ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກຳ​ລັງ​ທີ່​ເປັນປໍ​ລະ​ປັກ ​ແລະ ພວກ​ປະຕິ​ການສືບ​ຕໍ່​ເພີ່ນການ​ເຄື່ອນ​ໄຫວ​ຕ້ານ​ພັກ, ລັດ ດ້ວຍ​ກົນອຸບາຍ​ເລ່ຫຼ່ຽມ​ຕ່າງໆ​ເຊິ່ງຈຸດ​ສຸມແມ່ນບັນດາ​ແຂວງເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຊີ້​ນຳ​ບັນດາ​ກຳລັງ​ທີ່​ກ່ຽວຂ້ອງ ກຳ​ແໜ້ນ​ສະພາບ​ການ, ​ເດັດດ່ຽວ​ບໍ່​ປະ​ໃຫ້​ສັດຕູ​ສວຍ​ໃຊ້ສາສະໜາ, ຊົນ​ເຜົ່າ​ເພື່ອ​ຕ້ານທຳລາຍ, ບໍ່​ປະໃຫ້​ເກີດ​ບ່ອນ​ທີ່​ສັບສົນ​ດ້ານ​ຄວາມ​ສະຫງົບ, ຄວາ​ມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມຢູ່​ໃນ​ເຂດ… ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​​ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ບັນດາ​​ແຂວງເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ​ເຂດ​ອ້ອມ​ຂ້າງ​ເພີ່ມ​ທະວີ​ການ​ຊີ້​ນຳ, ນຳພາ​ຂອງ​ຄະນະ​ພັກ​, ອຳ​ນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ​ໃນວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ, ຄວາມເປັນ​ລະບຽບ​ຮຽບຮ້ອຍ; ຜັນ​ຂະຫຍາຍ​ການປະຕິບັດການ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຮັບປະກັນ​​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເຂດ​ພູພຽງ ​ແລະ ​ເຂດ​ພູດ​ອຍທາງ​ພາກ​ເໜືອ ຮອດ​ປີ 2020.

ຂ່າວ/ບົດ​ອື່ນ