ກຽມພ້ອມປົກປ້ອງພົນລະເມືອງ ຫວຽດນາມ ຢູ່ ສ ເກົາຫຼີ ແລະ ສປປ ເກົາຫຼີ

ກຽມພ້ອມປົກປ້ອງພົນລະເມືອງ ຫວຽດນາມ ຢູ່ ສ ເກົາຫຼີ ແລະ ສປປ ເກົາຫຼີ - ảnh 1
ທະຫານ ສ ເກົາຫຼີ ເຄື່ອນໄຫວຢູ່ ນະຄອນຊາຍແດນ Paju
(ພາບ: AFP)

(vovworld) – ວັນ​ທີ 9/4, ຜູ້ຕາງໜ້າ​ກົມ​ກົງ​ສູນ ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ​ໃຫ້​ຮູ້​ວ່າ: ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ພວມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຢູ່​ພາຍ​ໃນ​ປະ​ເທດ ກໍ່​ຄື​ສະຖານທູດ ຫວຽດນາມ ປະຈຳ ​ເຊີ​ອູ​ນ ​ແລະ ພຽງ​ຢາງ ຕິດ​ຕາມ​​ສະພາບ​ການ ​ແລະ ກຽມພ້ອມ​ບັນດາ​ມາດ​ຕະການ​ຈຳ​​ເປັນ​​ເພື່ອ​ປົກ​ປ້ອງ​ຊີວິດ ​ແລະ ຊັບ​ສົມບັດ​ຂອງ​ພົນລະ​ເມືອງ ຫວຽດນາມ ຢູ່ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ. ຜູ້ຕາງໜ້າ​ກະຊວງ​ການ​ຕ່າ​ງປະ​ເທດ ຫວຽດນາມ ກໍ່​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ ສະຖານທູດ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ປະຈຳ ຫວຽດນາມ ​ເພື່ອ​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງຕໍ່ກັບ​ສະພາບ​​ເຄັ່ງ​ຕຶງ​​ໃນປະຈຸ​ບັນຢູ່ແຫຼມ ​ເກົາຫຼີ, ຫວັງ​ວ່າ 2 ຝ່າຍ​ລະ​ຫງັບ​ໃຈ, ມີ​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ແຫຼມ ​ເກົາຫຼີ, ສະ​ເໜີ​ໃຫ້ ສປປ ​ເກົາຫຼີ ​ແລະ ສ ​ເກົາຫຼີ ນຳ​ໃຊ້​ບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ປົກ​ປ້ອງ​ຊີວິດ ​ແລະ ຊັບ​ສົມ​ບັດ​ຂອງ​ພົນ​ລະ​ເມືອງ ຫວຽດນາມ ຢູ່​ທັງ 2 ປະ​ເທດ​ນີ້. ຜູ້ຕາງໜ້າ​ສະຖານທູດ ສປປ ​ເກົາຫຼີ ຢືນຢັນ​ວ່າ: ສປປ ​ເກົາຫຼີ ມີ​ຄວາມ​ຮັບຜິດຊອບປົກ​ປ​້ອງຊີວິດ​ອີນຊີ, ຊັບ​ສົມ​ບັດ​ຂອງ​ບັນດາ​ອົງການ​ຕາງໜ້າ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ສາກົນ​ຢູ່ ສປປ ​ເກົາຫຼີ, ​ໃນ​ນັ້ນ​ມີ​ສະຖານທູດ ຫວຽດນາມ. ຜູ້ຕາງໜ້າ​ສະຖານທູດ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ, ສ ​ເກົາຫຼີ ຈະ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ຕາງໜ້າ​ຕ່າງປະ​ເທດ ຢູ່ ສ ​ເກົາຫຼີ ​ແລະ ມີ​ບັນດາ​ມາດ​ຕະການທີ່​ຈຳ​​ເປັນ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ​້​ແກ່​ພົນລະ​ເມືອງປະ​ເທດ​ຕ່າງໆ​ຢູ່ ສ ​ເກົາ​ຫຼີ.

 

ຂ່າວ/ບົດ​ອື່ນ