ຂີດໝາຍ ຫວຽດນາມ ທີ່ງານຕະຫຼາດນັດທ່ອງທ່ຽວ Ottawa, Canada

(VOVWORLD) - ປີນີ້, ຫວຽດນາມ ໄດ້ສ້າງຂີດໝາຍທີ່ງານຕະຫຼາດນັດຄັ້ງນີ້ ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ ແລະ ດຶງດູດໃຈ.

ຂີດໝາຍ ຫວຽດນາມ ທີ່ງານຕະຫຼາດນັດທ່ອງທ່ຽວ Ottawa, Canada - ảnh 1 ແຂກສາກົນຢ້ຽມຊົມຮ້ານວາງສະແດງຂອງ ຫວຽດນາມ

ງານຕະຫຼາດນັດການທ່ອງທ່ຽວ ແລະ ພັກຜ່ອນບຳລຸງສຸຂະພາບ ແມ່ນເຫດການທ່ອງທ່ຽວປະຈຳປີໃຫຍ່ສຸດຢູ່ນະຄອນຫຼວງ Ottawa ປະເທດ ການາດາ. ປີນີ້, ຫວຽດນາມ ໄດ້ສ້າງຂີດໝາຍທີ່ງານຕະຫຼາດນັດຄັ້ງນີ້ ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ ແລະ ດຶງດູດໃຈ.

        ງານຕະຫຼາດນັດໄດ້ຈັດຕັ້ງໃນວັນທີ 17 – 18 ມີນາ, ຢູ່ສູນ Shaw, ດ້ວຍການເຂົ້າຮ່ວມຂອງຮ້ານວາງສະແດງ 200 ກ່ວາຮ້ານທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ. ເຖິງວ່າຂອບຂະໜາດຂອງງານຕະຫຼາດນັດບໍ່ໃຫຍ່ເມື່ອທຽບໃສ່ປີກ່ອນກໍ່ຕາມ ແຕ່ບັນດາຮ້ານວາງສະແດງກໍ່ໄດ້ຮັບການອອກແບບຕົກແຕ່ງງາມກ່ວາ, ມີຄວາມເປັນມືອາຊີບກ່ວາ ແລະ ກໍ່ມີຫຼາຍການເຄື່ອນໄຫວທີ່ອຸດົມສົມບູນກ່ວາ.

        ໃນຈຳນວນບັນດາຮ້ານຄ້າຂອງ ອາຊີ, ຮ້ານວາງສະແດງຂອງສະຖານທູດ ຫວຽດນາມ ປະຈຳ ການາດາ ໄດ້ຮັບການອອກແບບຕົກແຕ່ງພົ້ນເດັ່ນທີ່ສຸດ ໃນເຂດໃຈກາງຂອງງານວາງສະແດງດ້ວຍບັນດາສິ່ງພິມກ່ຽວກັບການທ່ອງທ່ຽວທີ່ໂດ່ງດັ່ງ ແລະ ບັນດາວັດຖຸພັນທີ່ງາມຕາ.

        ນີ້ແມ່ນຄັ້ງທີ 24 ທີ່ໄດ້ຈັດງານຕະຫຼາດນັດການທ່ອງທ່ຽວ ແລະ ພັກຜ່ອນບຳລຸງສຸຂະພາບຢູ່ນະຄອນຫຼວງ Ottawa, ງານຕະຫຼາດນັດປີນີ້ໄດ້ດຶງດູດແຂກມາຢ້ຽມຊົມກ່ວາ 17.000 ເທື່ອຄົນ. ສະເພາະ, ຮ້ານວາງສະແດງຂອງ ຫວຽດນາມ ໄດ້ດຶງດູດກ່ວາ 1.000 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ