ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາຖືກທຳລາຍ


ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາຖືກທຳລາຍ - ảnh 1

(ພາບ: AFP-TTXVN )

 (vovworld)- ​ ພາຍຫຼັງ 2 ຊົ່ວໂມງ​ທີ່​ຂໍ້​ຕົກລົງ​ຢຸດ​ຍິງ​ລະຫວ່າງ​ອິດສະຣາ​ແອນ ​ແລະ ຮາ​ມາດ ​ໂດຍ​ອາ​ເມ​ລິ​ກາ ​ແລະ ສປຊ ​ເປັນ​ຄົນ​ກາງ​ມີ​ຜົນ​ບັງຄັບ​ໃຊ້ (ນັບ​​ແຕ່​ເວລາ 12 ​ໂມງ ຂອງ​ວັນ​ທີ 1/8 ຕາມ​ເວລາ​ຫວຽດນາມ), ລູກ​ປຶ​ນຄົກຍິງ​ຈາກ​ເຂດ​ກາຊາ​ ໄດ້​ຕົກ​ຢູ່​ມໍ່​ກັບ​ນະຄອນ​ຊາຍ​ແດນ​ຂອງ​ອິດສະຣາ​ແອນ. ມີ​ປະຊາຊົນ​ຢູ່​ເຂດ​ກາຊາຢ່າງ​ໜ້ອຍ​ສຸດ​ 40 ຄົນ​ເສຍ​ຊີວິດ ​ແລະ ປະມານ 100 ຄົນ​ຖືກບາດ​ເຈັບ ຍ້ອນ​ລູກປືນ​ໃຫ່ຍຂອງ​ທະຫານ​ອິດສະຣາ​ແອນ. ປະຈຸ​ບັນ, ບໍ່​ທັນ​ຮູ້​ຝ່າຍ​ໃດ​ລະ​ເມິ​ດຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຢຸດ​ຍິງ​ກ່ອນ.

  ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ສປຊ ສືບ​ຕໍ່​ຊຸກຍູ້​ຝ່າຍ​ຕ່າງໆ​ຂອງ​ປາ​ແລດ​ສະຕິ​ນ ຢັ້ງຢືນ​ຄຳໝັ້ນສັນຍາປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ທີ່​ແກ່ຍາວ 72 ຊົ່ວ​ໂມງ​ຢູ່​ເຂດ​ກາຊາຄືນ​ໃໝ່​. ​ແລະ ​ກໍ່​ໃນ​ວັນ​ທີ 1/8, ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ກໍ່​ໄດ້​ອອກ​ຄຳ​ຖະ​ແຫຼ​ງກ່າວ​ປະ​ນາມ​ການ​ກະທຳ​ທຳລາຍ​ຄຳ​ສັ່ງ​ຢຸດ​ຍິງ​ນີ້​ຢ່າ​ງ​ແຮງ. ​ໃນ​ວັນ​ດຽວ​ກັນ, ປະທານ​ນາ​ທິບໍ​ດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ກ່າວ​ປະນາມ​ການ​ບຸກ​ໂຈມ​ຕີ​ຂອງ​ບັນດາ​ມື​ປືນ​ຮາ​ມາດ ​ເຮັດ​ໃຫ້​ທະຫານ​ອິດສະຣາ​ແອນ 2 ຄົນ​ເສຍຊີວິດ ​ແລະ ທະຫານ 1 ຄົນ​ຖືກ​ຫາຍ​ສາບ​ສູນ./.

ຂ່າວ/ບົດ​ອື່ນ