ຂັບເຫ້ວໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງ
ລະດັບຊາດ |
(vovworld)- ຫວ່າງແລ້ວນີ້, ຂັບເຫ້ວຫາກໍໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ. ນີ້ແມ່ນປະເພດສິລະປະພື້ນເມືອງທີ່ເປັນເອກະລັກສະເພາະ. ຂັບເຫ້ວ ໄດ້ມີມາກ່ອນນີ້ກວ່າ 3 ສະຕະວັດ ແລະ ປະຈຸບັນພວມນັບມື້ນັບດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດມາຮັບຊົມ ຊຶ່ງບໍ່ພຽງແຕ່ຢູ່ແມ່ນ້ຳເຮືອງເທົ່ານັ້ນ, ຂັບເຫ້ວຍັງໄດ້ຮັບການສະແດງຢູ່ຕາມເວທີ່ສະແດງທີ່ໂຮງລະຄອນ, ໂຮງແຮມຢູ່ເຫ້ວອີກດ້ວຍ.