ຂໍ້ລິເລີ່ມຫວຽດນາມ Spark ກ່ຽວກັບການໜູນຊ່ວຍຫວຽດນາມ ປ້ອງກັນຕ້ານໂລກລະບາດໂຄວິດ-19 ແລະ ມຸ່ງໄປເຖິງການຟື້ນຟູເສດຖະກິດ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ຕີລາຄາສູງ ແລະ ປາດຖະໜາວ່າ ຂໍ້ລິເລີ່ມຫວຽດນາມ Spark ຈະຊ່ວຍສະເໜີບັນດາຂໍ້ລິເລີ່ມບຸກທະລຸເພື່ອໃຫ້ຫວຽດນາມ ສາມາດຜ່ານຜ່າບັນດາສິ່ງທ້າທາຍ ແລະ ຮັກສາທ່າພັດທະນາຢ່າງແຮງ.
ຂໍ້ລິເລີ່ມຫວຽດນາມ Spark ກ່ຽວກັບການໜູນຊ່ວຍຫວຽດນາມ ປ້ອງກັນຕ້ານໂລກລະບາດໂຄວິດ-19 ແລະ ມຸ່ງໄປເຖິງການຟື້ນຟູເສດຖະກິດ - ảnh 1ວາລະປະຊຸມຄັ້ງທຳອິດກຸ່ມຂໍ້ລິເລີ່ມຫວຽດນາມ Spark
(ພາບ: ສະຖານທູດຫວຽດນາມ ປະຈຳອາເມລິກາ)

ວັນທີ 02 ກັນຍາ, ໂດຍຮັບຄຳເຊື້ອເຊີນຈາກເວທີປາໄສທົ່ວໂລກ Boston (Boston Global Forum), ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມວາລະປະຊຸມຄັ້ງທຳອິດກຸ່ມຂໍ້ລິເລີ່ມຫວຽດນາມ Spark. ເວທີປາໄສທົ່ວໂລກ Boston ຍົກອອກຂໍ້ລິເລີ່ມຫວຽດນາມ Spark ເພື່ອແນໃສ່ເຕົ້າໂຮມບັນດາການນຳ, ນັກຍຸດທະສາດ, ນັກບັນລະຍາຍ, ນັກຊ່ຽວຊານດ້ານການແພດ, ເຕັກໂນໂລຊີ ແລະ ເສດຖະກິດ ເພື່ອປຶກສາຫາລື ແລະ ຍົກອອກບັນດາມາດຕະການແກ້ໄຂຊ່ວຍໃຫ້ຫວຽດນາມ ຕ້ານໂລກລະບາດໂຄວິດ-19, ຟື້ນຟູ ແລະ ພັດທະນາເສດຖະກິດ ກໍຄືຄົ້ນຄວ້າບັນດາກາລະໂອກາດໃໝ່ໃຫ້ແກ່ຫວຽດາມ ຫຼັງໂລກລະບາດ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ຕີລາຄາສູງ ແລະ ປາດຖະໜາວ່າ ຂໍ້ລິເລີ່ມຫວຽດນາມ Spark ຈະຊ່ວຍສະເໜີບັນດາຂໍ້ລິເລີ່ມບຸກທະລຸເພື່ອໃຫ້ຫວຽດນາມ ສາມາດຜ່ານຜ່າບັນດາສິ່ງທ້າທາຍ ແລະ ຮັກສາທ່າພັດທະນາຢ່າງແຮງ. ຢູ່ທີ່ນີ້, ບັນດານັກບັນລະຍາຍ ໄດ້ຍົກອອກແນວຄວາມຄິດຫຼາຍຢ່າງກ່ຽວກັບການພັດທະນາພື້ນຖານໂຄງລ່າງດ້ານສາທາລະນະສຸກ, ພື້ນຖານໂຄງລ່າງດ້ານຂໍ້ມູນຂ່າວສານ, ຍົກສູງບົດບາດຂອງແມ່ຍິງ... ພາຍຫຼັງວາລະປະຊຸມຄັ້ງທຳອິດນີ້, ຂໍ້ລິເລີ່ມຫວຽດນາມ Spark ຈະສືບຕໍ່ມີບັນດາການປຶກສາຫາລື ແລະ ຄາດວ່າຈະສົ່ງບົດລາຍງານຂອງຂໍ້ລິເລີ່ມ ໃຫ້ແກ່ຫວຽດນາມ ໃນທ້າຍເດືອນ ພະຈິກ 2021.

ຕອບກັບ

ຂ່າວ/ບົດ​ອື່ນ