ຂະບວນ ຄາຣາວານ ຮ້າລອງ 2019 ທີ່ຟົດຟື້ນມ່ວນຊື່ນ

(VOVWORLD) -ວັນທີ 28 ເມສາ, ລາຍການແຫ່ຂະບວນ ຄາຣາວານ ແລະ ລາຍການສິລະປະ ຄາຣາວານ ຮ້າລອງ 2019 ໂດຍຄະນະກຳມະການປະຊາຊົນນະຄອນຮ້າລອງ ຮັບຜິດຊອບ ໄດ້ສົມທົບກັບກຸ່ມບໍລິສັດ ຊັນກຣັບ ແລະ ກຸ່ມບໍລິສັດ FLC ຈັດຕັ້ງຢູ່ເຂດທ່ອງທ່ຽວ ບ້າຍໄຈ ແລະ ຮ່ອນກາຍຢູ່ນະຄອນຮ້າລອງ 
ຂະບວນ ຄາຣາວານ ຮ້າລອງ 2019 ທີ່ຟົດຟື້ນມ່ວນຊື່ນ - ảnh 1 ລາຍການແຫ່ຂະບວນ ຄາຣາວານ ແລະ ລາຍການສິລະປະ ຄາຣາວານ ຮ້າລອງ 2019 ຖືກຈັດຂຶ້ນຢູ່ແຄມຫາດຊາຍທະເລ ບ້າຍໄຈ

ນັກສິລະປີນ, ນັກສະແດງອາຊີບກວ່າ 200 ຄົນຂອງຫວຽດນາມ ແລະ ສາກົນ ທີ່ມາຈາກ ບຣາຊິວ, ໂກລົມໂບ ພ້ອມກັບຂະບວນລົດແຊມດອກໄມ້ຢ່າງງາມຕາ ໄດ້ເຮັດໃຫ້ຫາດຊາຍທະເລ ບ້າຍໄຈ ກາຍເປັນເວທີສະແດງທີ່ຫຼາກຫຼາຍສີສັນງາມຕາ. ທ່ານນາງ ວູ້ທິທູຖິ້ວ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນີງ ໄດ້ກ່າວວ່າ :

     “ ຈົ່ງມາຢາມຮ້າລອງ, ແຂວງກວາງນີງເພື່ອຮັບຊົມທັດສະນີຍະພາບທີ່ງົດງານຂອງປະເທດຊາດ, ທັງຈະໄດ້ຊອກຮູ້ຄຸນຄ່າວັດທະນະທຳ, ປະຫວັດສາດທີ່ເປັນເອກະລັກຂອງປະຊາຊົນຢູ່ເຂດທາງທິດຕາເວັນອອກສ່ຽງເໜືອດ້ວຍນ້ຳໃສໃຈຈິງ, ເປີດອົກເປີດໃຈ ແລະ ຮັກແພງແຂກ ”

ຕອບກັບ

ຂ່າວ/ບົດ​ອື່ນ