ຂະ​ບວນ​ການ ໂຊວຽດ ເງະ - ຕິ໊ງ ກຳ​ລັງ​ແຮງ​ມະ​ຫາ​ຊົນ​ສ້າງ​​ເປັນ​ປະ​ຫວັດ​ສາດ

(VOVWORLD) -ວັນທີ 6 ກັນຍາ, ຢູ່ນະຄອນ ຮ່າຕິ໊ງ (ແຂວງ ຮ່າຕິ໊ງ), ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ ແລະ ຄະນະພັກແຂວງຮ່າຕິ໊ງ, ເງະອານ ໄດ້ຈັດຕັ້ງກອງປະຊຸມສຳມະການວິທະຍາສາດ “90 ປີແຫ່ງວັນ ໂຊວຽດ ເງະ - ຕິ໊ງ, ກຳລັງແຮງມະຫາຊົນສ້າງເປັນປະຫວັດສາດ (12 ກັນຍາ 1930 – 12 ກັນຍາ 2020)”.
ຂະ​ບວນ​ການ ໂຊວຽດ ເງະ - ຕິ໊ງ ກຳ​ລັງ​ແຮງ​ມະ​ຫາ​ຊົນ​ສ້າງ​​ເປັນ​ປະ​ຫວັດ​ສາດ - ảnh 1ກອງປະຊຸມສຳມະການວິທະຍາສາດ “90 ປີແຫ່ງວັນ ໂຊວຽດ ເງະ - ຕິ໊ງ, ກຳລັງແຮງມະຫາຊົນສ້າງເປັນປະຫວັດສາດ (12 ກັນຍາ 1930 – 12 ກັນຍາ 2020)” (ພາບ: TTXVN)

ບັນດາບົດປະກອບຄຳເຫັນຢູ່ກອງປະຊຸມໄດ້ໄຈ້ແຍກຢ່າງເລິກເຊິ່ງ ແລະ ຍົກໃຫ້ເຫັນຢ່າງຈະແຈ້ງ ການນຳພາຂອງພັກ ແລະ ບັນດາຄະນະພັກທ້ອງຖິ່ນຕໍ່ຂະບວນການປະຕິວັດ 1930 – 1931 ແລະ ໂຊວຽດ ເງະ - ຕິ໊ງ, ເຊິ່ງໄດ້ຢັ້ງຢືນ ຂະໜາດ ແລະ ຄວາມໝາຍດ້ານປະຫວັດສາດຂອງ ໂຊວຽດ ເງະ - ຕິ໊ງ ສຳລັບວິວັດຂະບວນການປະຕິວັດຫວຽດນາມ. ຈາກນັ້ນ, ເສີມຂະຫຍາຍເນື້ອໃນຈິດໃຈ ແລະ ຄຸນຄ່າຂອງ ໂຊວຽດ ເງະ - ຕິ໊ງ ໃນການສ້າງສາບ້ານເກີດເມືອງນອນ ເງະອານ, ຮ່າຕິ໊ງ ແລະ ປະເທດຊາດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນ ວິງ (ແຂວງເງະອານ), ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເງະອານໄດ້ຈັດຕັ້ງ ພິທີສະເຫຼີມສະຫຼອງ 90 ປີແຫ່ງຂະບວນການໂຊຫວຽດ ເງະຕິ໊ງຢ່າງສົມກຽດ (ຄືວັນທີ 12 ກັນຍາ 1930 – 12 ກັນຍາ 2020).

        ທີ່ພິທີ, ທ່ານ ອານທ໊າຍແທງກຸ໊ຍ ເລຂາຄະນະພັກແຂວງເງະອານ ໄດ້ກ່າວສູນທອນພົດຫວນຄືນຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງເຫດການ ໂຊຫວຽດເງະຕິ໊ງ. 90 ປີໄດ້ຜ່ານຜົ້ນໄປແລ້ວ, ແຕ່ເນື້ອໃນຈິດໃຈໂຊວຽດຍັງ  ຍືນຍົງຄົງຕົວພ້ອມກັບປະຫວັດສາດຂອງຊາດ, ຍາມໃດ ໂຊຫວຽດ ເງະຕິ໊ງກໍ່ແມ່ນຄວາມເອກອ້າງທະນົງໃຈ, ເພີ່ມຄວາມໄວ້ເນື້ອເຊື່ອໃຈ, ກຳລັງແຮງໃຫ້ແກ່ອົງຄະນະພັກ ແລະ ປະຊາຊົນ ເງະອານ ໃນການປະຕິບັດວິວັດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງຢ່າງມີໄຊ.

        ໃນ ຊຸມປີຈະມາເຖິງ, ແຂວງເງະອານຈະສຸມໃສ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ທີ່ຕິດພັນກັບການປ່ຽນແປງຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງ ແລະ ຍູ້ໄວວິວັດການຫັນເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ