ຂະແໜງການສຶກສາສຸມໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ

ຂະແໜງການສຶກສາສຸມໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດ​ນາມ ​ເຈີ່ນ​ດ້າຍ​ກວາງ ​ຢ້ຽມຢາມ​ເຮັດ​ວຽກ,
 ອວຍພອນ​ບຸນ​ເຕັດ​ໝູ່​ຄະນະ​ພະນັກງານ, ຄູ​ສອນ​ຂະ​​ແໜງ​ການສຶກສາ

(vovworld) – ​ ​ ຕອນ​ບ່າຍວັນ​ທີ 04/02, ຢູ່​ສຳນັກງານ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດ​ນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ລົງ​ຢ້ຽມຢາມ​ເຮັດ​ວຽກ, ອວຍພອນ​ບຸນ​ເຕັດ​ໝູ່​ຄະນະ​ພະນັກງານ, ຄູ​ສອນ, ລັດຖະກອນ, ພາລະ​ກອນ​ຂະ​​ແໜງ​ການສຶກສາ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ​ປະທານ​ປະ​ເທດ​ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ການສຶກສາ ​ແລະ ບຳລຸງ​ສ້າງ​ແມ່ນລັດຖະນະ​ໂຍບາຍ​ແຖວ​ໜ້າ, ​ແມ່ນ​ພາລະກິດ​ຂອງ​ພັກ, ລັດ ​ແລະ ຂອງ​ທົ່ວ​ປວງ​ຊົນ; ການລົງທຶນ​ໃຫ້ການ​ສຶກສາ ​ແມ່ນ​ການລົງທຶນ​ພັດທະນາ. ນີ້​ແມ່ນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ກ້າຍ​ກວາງ ສະ​ເໜີ​ຂະ​ແໜງ​ການ​ສຶກສາ​ສືບ​ຕໍ່​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແລະ ຫັນ​ບັນດາ​ທັດສະນະ, ຈຸດໝາຍ, ໜ້າ​ທີ່, ມາດ​ຕະການ​ປ່ຽນ​ໃໝ່ພື້ນຖານການ​ສຶກສາ ​ແລ​ະ ບຳລຸງ​ສ້າງ​​ໂດຍ​ພື້ນ​ຖານ, ຮອບ​ດ້ານ​ເປັນ​ລະອຽດ; ຖື​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ແມ່ນ​ລັດຖະນະ​ໂຍບາຍ​ແຖ​ວໜ້າ, ມີ​ບົດບາດ​ສຳຄັນ​ທີ່​ສຸດ​ສຳລັບຄວາມຈະ​ເລີ​ນຮຸ່ງ​ເຮືອງຂອງ​ປະ​ເທດ​ຊາດ.

        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ກໍ່​ຮຽກ​ຮ້ອງ​ຂະ​ແໜງ​ການ​ສຶກສາສຸມ​ໃສ່​ພັດທະນາ​ຖັນ​ແຖວ​ຄູ​ອາຈານ ​ແລະ ພະນັກງານ​ຄຸ້ມ​ຄອງ ຕອບ​ສະໜອງ​ຄວາມຮຽກຮ້ອງ​ຕ້ອງການ​ປ່ຽນ​ໃໝ່​ການ​ສຶກສາ ​ແລ​ະ ບຳລຸງ​ສ້າງ. ຂະ​ແໜງ​ການ​ສຶກສາ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ສຶກສາ, ບຳລຸງ​ສ້າງ​ຢູ່​ເຂດຫ່າງ​ໄກ​ສອກຫລີກ, ​ເຂດປະສົບ​ຄວາມ​ຫຍຸ້ງ​ຍາກ​​ເປັນພິ​ເສດ, ຮັບປະກັນ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ພໍ່​ແມ່​ປະຊາຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮ່ຳຮຽນ, ຍົກ​ສູງ​ລະດັບ​ຄວາມ​ຮູ້, ທັກ​ສະວິຊາ​ສະ​ເພາະ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ເອົາ​ໃຈ​ໃສ່​​ກ່ວາ​ອີກ ເຖິງ​ພາລະກິດ​ສຶກສາ ​ແລະ​ ບຳລຸງ​ສ້າງ, ຮ່ວມ​ແຮງ​ຮ່ວມ​ໃຈ​ເບິ່ງ​ແຍງດູ​ແລ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ຕິດ​ຂັດ ​ແລະ ລົງທຶນ​​ໃຫ້​ການ​ສຶກສາ​ຫລາຍ​ກ່ວາ​ອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ