ຂະແໜງທະນາຄານຄວນສືບຕໍ່ເປັນເຈົ້າການ, ມີນະໂຍບາຍຢ່າງທັນການ

(VOVWORLD) - ຂະແໜງທະນາຄານໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຄວບຄຸມໄພເງິນເຟີ້ຢູ່ໃນລະດັບຕ່ຳ, ຕະຫຼາດເງິນຕາ,...
ຂະແໜງທະນາຄານຄວນສືບຕໍ່ເປັນເຈົ້າການ, ມີນະໂຍບາຍຢ່າງທັນການ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຂະແໜງທະນາຄານ
(ພາບ:Dương Giang/TTXVN)

ຕອນບ່າຍວັນທີ 27 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ຜູ້ອອກແຮງງານຢູ່ທະນາຄານແຫ່ງລັດ ຫວຽດນາມ ແລະ ຂະແໜງທະນາຄານ.

        ປີ 2022, ຂະແໜງທະນາຄານໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຄວບຄຸມໄພເງິນເຟີ້ຢູ່ໃນລະດັບຕ່ຳ, ຕະຫຼາດເງິນຕາ, ອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິໂດຍພື້ນຖານ; ກະຊວງການເງິນ ອາເມລິກາ ໄດ້ເອົາ ຫວຽດນາມ ອອກຈາກລາຍຊື່ຕິດຕາມກວດກາຍົກສູງກ່ຽວກັບການຄອບງຳເງິນຕາ.

        ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງທະນາຄານແຫ່ງລັດ ແລະ ຂະແໜງທະນາຄານໃນປີ 2022. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ: ປີ 2023, ທົ່ວຂະແໜງຈະເປັນເຈົ້າການ, ປະດິດຄິດສ້າງ, ມີນະໂຍບາຍຢ່າງທັນການ, ມີປະສິດທິຜົນ ແລະ ບັນລຸໄດ້ໝາກຜົນສູງກ່ວາປີ 2022.

        ທະນາຄານແຫ່ງລັດຄວນສືບຕໍ່ຄົ້ນຄ້ວາ, ບໍລິຫານລະຫວ່າງອັດຕາແລກປ່ຽນເງິນຕາກັບ ອັດຕາດອກເບ້ຍ, ລະຫວ່າງການຄວບຄຸມໄພເງິນເຟີ້ ກັບການຊຸກຍູ້ການເຕີບໂຕເສດຖະກິດໃຫ້ດຸ່ນດຽງ, ທັງຮັບປະກັນການຊຳລະ, ການເຕີບໂຕສິນເຊືຶ່ອໃຫ້ເໝາະສົມ, ມີປະສິດທິຜົນ, ລະບົບທະນາຄານມີຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານການເງິນ, ເງິນຕາ, ທັງປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກໃນການຜະລິດ, ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ