ຂະແໜງທະນາຄານປະກອບສ່ວນສ້າງເສດຖະກິດມະຫາພາກ, ຮັບປະກັນຄວາມປອດໄພຂອງລະບົບໃຫ້ເປັນປົກກະຕິ

(VOVWORLD) - ປີ 2022, ທະນາຄານແຫ່ງລັດ ຫວຽດນາມ ໄດ້ມີການບໍລິຫານຄົບຊຸດບັນດານະໂຍບາຍເງິນຕາເພື່ອຮັບປະກັນຕະຫຼາດເງິນຕາເປັນປົກກະຕິ
ຂະແໜງທະນາຄານປະກອບສ່ວນສ້າງເສດຖະກິດມະຫາພາກ, ຮັບປະກັນຄວາມປອດໄພຂອງລະບົບໃຫ້ເປັນປົກກະຕິ  - ảnh 1ກອງປະຊຸມຖະແຫຼງຂ່າວຜັນຂະຫຍາຍໜ້າທີ່ຂອງຂະແໜງທະນາຄານປີ 2023
(ພາບ:qdnd.vn)

ທີ່ກອງປະຊຸມຖະແຫຼງຂ່າວຜັນຂະຫຍາຍໜ້າທີ່ຂອງຂະແໜງທະນາຄານປີ 2023 ຈັດຕັ້ງໃນຕອນເຊົ້າວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ດ່າວມິງຕູ໋, ຮອງຜູ້ວ່າການປະຈຳການທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ: ປີ 2022, ທະນາຄານແຫ່ງລັດ ຫວຽດນາມ ໄດ້ມີການບໍລິຫານຄົບຊຸດບັນດານະໂຍບາຍເງິນຕາເພື່ອຮັບປະກັນຕະຫຼາດເງິນຕາເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຕາມເປົ້າໝາຍ ແລະ ໜູນຊ່ວຍການເຕີບໂຕເສດຖະກິດຕໍ່ການຜັນແປທີ່ສັບສົນຂອງເສດຖະກິດໂລກ ແລະ ຄວາມເຄັ່ງຕຶງດ້ານການເມືອງ. ທ່ານ ດ່າວມິງຕູ໋ ກ່າວວ່າ:

        “ປີ 2023, ມີຄວາມຫຍຸ້ງຍາກຫຼາຍຢ່າງໄດ້ກະທົບ. ແຕ່ເຖິງຢ່າງໃດກໍ່ຕາມ, ຕາມຈິດໃຈຂອງການຊີ້ນຳລວມຂອງລັດຖະບານ, ພວກຂ້າພະເຈົ້າໄດ້ກຳນົດທິດການບໍລິຫານຕາມຈິດໃຈການບໍລິຫານນະໂຍບາຍເງິນຕາຢ່າງລະມັດລະວັງ, ມີໄຫວພິບ, ຄວບຄຸມໄພເງິນເຟີ້, ໜູນຊ່ວຍການເຕີບໂຕ, ໜູນຊ່ວຍພື້ນຖານເສດຖະກິດ, ໜູນຊ່ວຍຂົງເຂດເຊິ່ງເປັນກຳລັງໜູນເຕີບໂຕເສດຖະກິດ, ຮັບປະກັນບັນດາເປົ້າໝາຍທີ່ລັດຖະບານ ໄດ້ວາງອອກ. ໃນຂົງເຂດດອກເບ້ຍ, ຮັບປະກັນການໜູນຊ່ວຍບັນດາຂົງເຂດແມ່ນກຳລັງໜູນໃຫ້ແກ່ພື້ນຖານເສດຖະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ