ຂະແໜງວັດທະນະທຳ, ທ່ອງທ່ຽວ ກວາງນິງ ບຸກທະລຸໃນປີ 2025

(VOVWORLD) - ພ້ອມກັບຂີດໝາຍມໍລະດົກ, ຂະແໜງທ່ອງທ່ຽວ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວບັນລຸ 21,28 ລ້ານເທື່ອຄົນ, ລື່ນແຜນການ 6%; ໃນນັ້ນມີແຂກທ່ອງທ່ຽວສາກົນ 4,5 ລ້ານເທື່ອຄົນ.
ຂະແໜງວັດທະນະທຳ, ທ່ອງທ່ຽວ ກວາງນິງ ບຸກທະລຸໃນປີ 2025 - ảnh 1ຂະແໜງທ່ອງທ່ຽວ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 4,5 ລ້ານເທື່ອຄົນ
(ພາບ: baoquangninh.vn)
   ດ້ວຍບັນດາໝາກຜົນເຕີບໂຕທີ່ໜ້າປະທັບໃຈ ແລະ ເລື່ອງມີມໍລະດົກໂລກຕື່ມອີກນັ້ນ, ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກວາງນິງ ໄດ້ອັດປີ 2025 ດ້ວຍບາດກ້າວບຸກທະລຸຢ່າງແຮງ, ສ້າງພື້ນຖານຢ່າງໜັ້ນແກ່ນໃຫ້ແກ່ໄລຍະຕໍ່ໄປ.

        ປີ 2025 ສ້າງຂີດໝາຍປະຫວັດສາດ ເມື່ອເຂດມໍລະດົກ ແລະ ປູຊະນີຍະສະຖານ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ ໄດ້ຮັບການຮັບຮອງເອົາຈາກອົງການ UNESCO ວ່າເປັນມໍລະດົກໂລກ, ເຊິ່ງໄດ້ປະກອບສ່ວນຍົກສູງທີ່ຕັ້ງຂອງ ກວາງນິງ ໃນແຜນທີ່ມໍລະດົກທົ່ວໂລກ ແລະ ເປີດເຂດພັດທະນາໃໝ່ໃຫ້ແກ່ບັນດາຂະແໜງອຸດສາຫະກຳວັດທະນະທຳ.

        ພ້ອມກັບຂີດໝາຍມໍລະດົກ, ຂະແໜງທ່ອງທ່ຽວ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວບັນລຸ 21,28 ລ້ານເທື່ອຄົນ, ລື່ນແຜນການ 6%; ໃນນັ້ນມີແຂກທ່ອງທ່ຽວສາກົນ 4,5 ລ້ານເທື່ອຄົນ. ຍອດລາຍຮັບຈາກການທ່ອງທ່ຽວຄາດວ່າບັນລຸ 57.000 ຕື້ດົ່ງ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນ. ພ້ອມກັນນັ້ນ, ແຂວງ ກວາງນິງ ກໍ່ສືບຕໍ່ຍູ້ແຮງການເຄື່ອນໄຫວວັດທະນະທຳໃຫ້ກາຍເປັນຜະລິດຕະພັນກະຕຸ້ນການທ່ອງທ່ຽວຢ່າງມິປະສິດທິຜົນ.

        ກ້າວເຂົ້າສູ່ປີ 2026, ແຂວງ ກວາງນິງ ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວກວ່າ 22 ລ້ານເທື່ອຄົນ, ລາຍຮັບບັນລຸ 65.000 ຕື້ດົ່ງ, ສຸມໃສ່ການພັດທະນາການທ່ອງທ່ຽວສີຂຽວ, ທ່ອງທ່ຽວອັດສະລິຍະ ແລະ ເສດຖະກິດມໍລະດົກ.

ຕອບກັບ

ຂ່າວ/ບົດ​ອື່ນ