ຄົນງານນະຄອນໂຮ່ຈິມີນນຳມາເຊິ່ງງົບປະມານກວ່າ106ຕື້ດົງໃຫ້ລັດ

ຄົນງານນະຄອນໂຮ່ຈິມີນນຳມາເຊິ່ງງົບປະມານກວ່າ106ຕື້ດົງໃຫ້ລັດ - ảnh 1
ນະ​ຄອນ​ໂຮ່​ຈິ​ມີນ
ພາບ:hoclamgiau

(vovworld)-​ປີ 2015, ກຳ​ມະ​ກອນ, ລັດ​ຖະ​ກອນ, ຄົນ​ງານ ໂຮ່​ຈິ​ມີນ ໄດ້​ນຳ​ມາ​ເຊິ່ງ​ງົບ​ປະ​ມານ ກວ່າ 106 ຕື້​ດົ່ງ​ໃຫ້​ລັດ ຈາກ 10.000 ກິ​ດ​ຈະ​ກຳ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ຂໍ້​ລິ​ເລີ່ມ​ດັດ​ປ່ຽນ​ເຕັກ​ນິກ. ຕົວ​ເລກ​ດັ່ງ​ກ່າວ ໂດຍ​ສະ​ຫະ​ພັນ​ແຮງ​ງານ ນະ​ຄອນ ໂຮ່​ຈິ​ມີນ ຍົກ​ອອກ​ໃນ​ຕອນ​ເຊົ້າ​ວັນ​ທີ 10/1 ໃນ​ກອງ​ປະ​ຊຸມ​ສະ​ຫລຸບ​ຂະ​ບວນ​ການ​ກຳ​ມະ​ກອນ, ລັດ​ຖະ​ກອນ ແຮງ​ງານ ແລະ ການ​ເຄື່ອນ​ໄຫວ​ກຳ​ມະ​ບານ ນະ​ຄອນ​ປີ 2015. ໃນ​ໂອ​ກາດນີ້ ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ ໂຮ່​ຈິ​ມີນ ເປັນ​ກຽດ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ. ແລະ​ກໍ​ໃນ​ປີ 2015 ສະ​ຫະ​ພັນ​ແຮງ​ງານ​ທຸກ​ຂັ້ນ ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ເບິ່ງ​ແຍງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຄົນ​ງານ.

 

 

ຂ່າວ/ບົດ​ອື່ນ