ຄົນພິການກວ່າ 7.000 ຄົນ ຈະເຂົ້າຮ່ວມງານບຸນຕັ້ງຄ້າຍສໍາລັບຄົນພິການຄັ້ງທີ 20

(VOVWORLD) - ຄົນພິການກວ່າ 7.000 ຄົນຢູ່ນະຄອນໂຮ່ຈີມິນ ແລະ 16 ແຂວງ, ນະຄອນຢູ່ທາງພາກໃຕ້ຫວຽດນາມ ຈະເຂົ້າຮ່ວມງານບຸນຕັ້ງຄ້າຍສໍາລັບຄົນພິການຄັ້ງທີ 20 ປີ 2019 ເຊິ່ງຈະດໍາເນີນຢູ່ເຂດທ່ອງທ່ຽວວັດທະນະທໍາ ຊ໊ວຍຕຽນ, ເມືອງ 9, ນະຄອນໂຮ່ຈີມິນ ໃນວັນທີ 30 ພະຈິກ ຈະມາເຖິງ. 
ຄົນພິການກວ່າ 7.000 ຄົນ ຈະເຂົ້າຮ່ວມງານບຸນຕັ້ງຄ້າຍສໍາລັບຄົນພິການຄັ້ງທີ 20  - ảnh 1(ພາບປະກອບ: TTXVN) 

 ງານບຸນຕັ້ງຄ້າຍ ໂດຍພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມນະຄອນໂຮ່ຈີມິນ ສົມທົບກັບເຂດທ່ອງທ່ຽວວັດທະນະທໍາຊ໊ວຍຕຽນ ຈັດຕັ້ງຂຶ້ນ ເພື່ອສະເຫຼີມສະຫຼອງວັນຄົນພິການສາກົນຄົບຮອບ 37 ປີ ດ້ວຍສານທີ່ວ່າ “ຄວາມສໍາຄັນຂອງການເຊື່ອມຕົວ: ເພີ່ມທະວີການສໍາຜັດ ແລະ ສິດຂອງໝົດທຸກຄົນ”. ນີ້ກໍແມ່ນໂອກາດ “ວັນບຸນທໍາຄວາມດີມີເມດຕາ” ຊຶ່ງເປັນຂີດໝາຍຄົບຮອບ 20 ປີ ແຫ່ງວັນແບ່ງປັນຄວາມຮັກແພງ - ປູກຈິດສໍານຶກແຫ່ງຄວາມເມດຕາເພື່ອຄົນພິການ, ເອົາໃຈໃສ່ເບິ່ງແຍງດູແລຄົນພິການ.

        ເມື່ອເຂົ້າຮ່ວມງານບຸນຕັ້ງຄ້າຍປີນີ້, ຄົນພິການຈະໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍມະນຸດສະທໍາຢ່າງເລິກເຊິ່ງ; ບັນດາການລະຫຼີ້ນພື້ນເມືອງ, ຮັບຊົມບັນດາລາຍການສະແດງສິລະປະຟ້ອນຕຸກກະຕາ, ອ່ານປຶ້ມ, ຮັບປະທານອາຫານທ່ຽງ buffet ໂດຍບໍ່ເສຍຄ່າ.

ຕອບກັບ

ຂ່າວ/ບົດ​ອື່ນ