(ພາບ:xaluan.com)
( vovworld ) – ວັນທີ 25/6, ຢູ່ປະເທດອີຢີບ, ໄດ້ຈັດໃຫ້ມີການເຄື່ອນໄຫວຕ່າງໆ ເພື່ອຊົມເຊີຍເລື່ອງປະເທດນີ້ເລືອກຕັ້ງປະນາທາທິບໍດີຄົນໃໝ່. ວັນທີ 24/6, ຄະນະກຳມະການເລືອກຕັ້ງປະນາທາທິບໍດີອີຢີບ ປະກາດວ່າ, ທ່ານ Mohammed Morsy ສັງກັດພັກອ້າຍນ້ອງມຸດສະລິມ ຍາດໄດ້ໄຊຊະນະໃນການເລືອກຕັ້ງປະນາທາທິບໍດີຮອບທີ 2 ທີ່ຜ່ານມາ, ກາຍເປັນປະນາທາທິບໍດີໂດຍປະຊາຊົນເລືອກຕັ້ງຜູ້ທຳອິດຂອງອີຢີບ ໃນຕອນຄ່ຳຂອງວັນທີ 24/6 ພາຍຫຼັງການປ່ອນບັດຮອບທີ 2 ກັບຄູ່ແຂ່ງ Ahmed Shafiq ອະດີດນາຍົກລັດຖະມົນຕີອີຢີບ. ພາຍຫຼັງປະກາດໄດ້ຮັບໄຊຊະນະ, ປະນາທາທິບໍດີຄົນໃໝ່ຂອງອີຢີບ Mohammed Morsy ໄດ້ຮຽກຮ້ອງໃຫ້ການສ້າງຄວາມເປັນເອກະພາບໃນທົ່ວປະເທດ ແລະ ໃຫ້ຄຳໝັ້ນສັນຍາຈະແມ່ນ “ການນຳຂອງປະຊາຊົນອີຢີບ ທຸກໆຄົນ“. ທ່ານຖືວ່າ: “ບໍ່ມີຄວາມແຕກຕ່າງກັນລະຫວ່າງຊາວຄຼິດ ແລະ ຊາວມຸດສະລິມ“ ແລະ “ຄວາມສາມັກຄີແຫ່ງຊາດ ແມ່ນເສັ້ນທາງໜື່ງດຽວທີ່ຈະນຳອີຢີບ ຫລຸດພົ້ນອອກຈາກວິກິດການໃນປະຈຸບັນ“
ໃນວັນດຽວກັນ, ໃນການປະຊຸມຂ່າວຮ່ວມກັບປະທານາທິບໍດີລັດເຊຍ V.Putin, ນາຍົກລັດຖະມົນຕີອິດສະຣາແອນ Benyamin Netaniahu ປະກາດວ່າ, ໃນອະນາຄົດ, ອິດສະຣາແອນ ຈະຮ່ວມມືກັບລັດຖະບານໃໝ່ຂອງອີຢີບ ໂດຍປະທານາທິບໍດີ Mohammed Morsy ນຳໜ້າ. ທ່ານ Benyamin Netaniahu ໃຫ້ຮູ້ວ່າ: ອິດສະຣາແອນ ໄດ້ຕີລາຄາສູງວິວັດທະນາການປະຊາທິປະໄຕຢູ່ອີຢີບ ແລະ ເຄົາລົບບັນດາໝາກຜົນນີ້. ອິດສະຣາແອນ ຫວັງວ່າ ຈະສືບຕໍ່ເຮັດວຽກກັບລັດຖະບານໃໝ່ ບົນພື້ນຖານສົນທິສັນຍາສັນຕິພາບຂອງສອງຝ່າຍ.