ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມ​ື​ລົງ​ທຶນ, ການ​ຄ້າ ລະ​ຫວ່າງ​ ຫ​ວຽດ​ນາມ - ເນ​ປາ​ນ​ຍັງ​ໃຫຍ່ຫຼວງ

(VOVWORLD) - ທີ່ເວທີປາໄສ, ບັນດາວິສາຫະກິດ ເນປານ ມີໂອກາດພົບປະກັບການນຳບັນດາກະຊວງ, ຂະແໜງການຫວຽດນາມ ແລະ ບັນດາວິສາຫະກິດ ຫວຽດນາມ, ຜ່ານນັ້ນ, ຊ່ວຍເຫຼືອວິສາຫະກິດ ເນປານມີຄວາມເຂົ້າໃຈກ່ຽວກັບ ຕະຫຼາດ, ໂອກາດຮ່ວມມືດຳເນີນທຸລະກິດຢູ່ ຫວຽດນາມ ຢ່າງຈະແຈ້ງກ່ວາ, ແລະ ກົງກັນຂ້າມ
ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມ​ື​ລົງ​ທຶນ, ການ​ຄ້າ ລະ​ຫວ່າງ​ ຫ​ວຽດ​ນາມ - ເນ​ປາ​ນ​ຍັງ​ໃຫຍ່ຫຼວງ - ảnh 1ເວທີປາໄສວິສາຫະກິດ ຫວຽດນາມ - ເນປານ

ນີ້ແມ່ນຂໍ້ສັງເກດຂອງທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມຢູ່ ເວທີປາໄສວິສາຫະກິດ ຫວຽດນາມ - ເນປານ ເຊິ່ງໄດ້ດຳເນີນໃນວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ, ໂດຍຫ້ອງການ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ຈັດຕັ້ງໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງທ່ານ Prasad Sharma Oli ນາຍົກລັດຖະມົນຕີ ເນປານ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເຈິນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ:

ຫວຽດນາມຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອໃນຫຼາຍດ້ານກັບເນປານ. ເຖິງວ່າວົງເງິນການຄ້າສອງສົ້ນ ຍັງຈຳກັດຢູ່ກໍ່ຕາມ ແຕ່ຄວາມສາມາດບົ່ມຊ້ອນ ແລະ ພິເສດແມ່ນບັນດາພື້ນຖານ, ແນວຄິດທິດສະດີປັດສະຍາໃນການດຳເນີນທຸລະກິດຮ່ວມມືລະຫວ່າງສອງຝ່າຍແມ່ນມີຫຼາຍຈຸດຄ້າຍຄືກັນ. ນີ້ແມ່ນບັນດາຄຸນຄ່າລວມທີ່ທັງສອງປະເທດສາມາດຂຸດຄົ້ນ, ເສີມຂະຫຍາຍ ເພື່ອສືບຕໍ່ປະກອບສ່ວນ, ສ້າງພື້ນຖານຢ່າງໜັກແໜ້ນໃຫ້ແກ່ການເປີດກ້ວາງ, ຍົກສູງປະສິດທິຜົນການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ເນປານໃຫ້ຫຼາຍກ່ວາອີກ.

ຕີລາຄາສູງ ແລະ ສະແດງຄວາມປະເອີບໃຈກ່ຽວກັບການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ - ເນປານ, ທ່ານ Prasad Sharma Oli ນາຍົກລັດຖະມົນຕີ ເນປານໃຫ້ຮູ້ວ່າ ທ່ານມີຄວາມປະທັບໃຈຢ່າງແຮງຕໍ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ຄວາມຂະຫຍັນຂັນເຄື່ອນຂອງພື້ນຖານເສດຖະກິດ ຫງວຽດນາມ ພວມແມ່ນ ແຫຼ່ງບັນດານໃຫ້ແກ່ ເນປານ ທ່ານຢັ້ງຢືນວ່າ:

ເນປານກຳລັງປະຕິບັດບັນດານະໂຍບາຍການລົງທຶນຢ່າງເປີດອົກເປີດໃຈ; ສ້າງສະພາບແວດລ້ອມດ້ານນິຕິກຳທີ່ມີຄວາມສະດວກໃຫ້ແກ່ນັກລົງທຶນທົ່ວໂລກໃນນັ້ນມີບັນດານັກລົງທຶນ ຂອງ ຫວຽດນາມ

ທີ່ເວທີປາໄສ, ບັນດາວິສາຫະກິດ ເນປານ ມີໂອກາດພົບປະກັບການນຳບັນດາກະຊວງ, ຂະແໜງການຫວຽດນາມ ແລະ ບັນດາວິສາຫະກິດ ຫວຽດນາມ, ຜ່ານນັ້ນ, ຊ່ວຍເຫຼືອວິສາຫະກິດ ເນປານມີຄວາມເຂົ້າໃຈກ່ຽວກັບ ຕະຫຼາດ, ໂອກາດຮ່ວມມືດຳເນີນທຸລະກິດຢູ່ ຫວຽດນາມ ຢ່າງຈະແຈ້ງກ່ວາ, ແລະ ກົງກັນຂ້າມ.

ຕອບກັບ

ຂ່າວ/ບົດ​ອື່ນ