ຄວາມຫວັງມີສັນຕິພາບຜ່ານລາຍການໂທລະພາບພິເສດ“ລະດູບານໃໝ່ທຳອິດ”

ຄວາມຫວັງມີສັນຕິພາບຜ່ານລາຍການໂທລະພາບພິເສດ“ລະດູບານໃໝ່ທຳອິດ” - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ໃນ​ລາຍ​ການ
(ພາບ​ປະ​ກອບ)

(vovworld) – ​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ຕອ​ນ​ຄ່ຳ​ວັນ​ທີ 27/4, ລາຍ​ການ​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ພິ​ເສດ “ລະ​ດູ​ບານ​ໃໝ່​ທຳ​ອິດ” ​ໂດຍ​ນະ​ຄອນ ຮ່າ​ໂນ້ຍ ສົມ​ທົບກັບ​ນະ​ຄອນ ໂຮ່​ຈີ​ມິນ ແລະ ​​ສະ​ຖາ​ນີໂທ​ລະ​ພາບ ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຕັ້ງ​ຢູ່​ ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈີ​ມິນ. ຜ່ານ​ລາຍ​ການ, ຜູ້​ຊົມ​ໄດ້​ພົບ​ປະ​ກັບ​ແຂກ​ຖືກ​ເຊີນ​ພິ​ເສດ, ນັກ​ຂ່າວ​ສະ​ໜາມ​ຮົບ, ບັນ​ດາ​ນັກ​ຮົບ​ປະ​ຕິ​ວັດ, ບັນ​ດາ​ຜູ້​ໄດ້​ຜ່ານ​ຜ່າ​ໄລ​ຍະ​ສົງ​ຄາມ​ທີ່​ດຸ​ເດືອດ… ນອກ​ຈາກນັ້ນ, ລາຍ​ການ​ຍັງ​​ສະ​ເໜີ​ໃຫ້​ຮູ້​ບັນ​ດາ​ຄຳ​ເຫັນ​ຂອງ​ການ​ນຳ, ປະ​ຊາ​ຊົນ, ນັກ​ສິ​ລະ​ປິນ, ນັກ​ຮົບ, ສະ​ແດງ​ຄວາມ​ຫວັງ​ມີ​ສັນ​ຕິ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ຊາ​ຊົນຫຼາຍ​ລຸ້ນ​ຄົນ​. ລາຍ​ການ​ໄດ້​ປະ​ກອບ​ສ່ວນ​ສຶກ​ສາ​ອົບ​ຮົມ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ໃຫ້​ແກ່​ລຸ່ມ​ໜຸ່ມໃນ​ປະ​ຈຸ​ບັນ ສືບ​ຕໍ່​ສູ້​ຊົນ, ແຂ່ງ​ຂັນ​ສ້າງ​ສາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ພາຍຫຼັງ 40 ປີ​​ທີ່​ປະ​ເທດ​ຊາດ​ໄດ້​ຮັບ​ເອ​ກະ​ລາດ, ເອ​ກະ​ພາບ​ຢ່າງ​ສົມ​ບູນ.

 


ຂ່າວ/ບົດ​ອື່ນ