ຄວາມ​ເຄັ່ງ​ຕຶງ ​ ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ ຢູ່​ເຂດພະ​ວິ​ຫານ Al Aqsa ເກີດ​ຂຶ້ນ ຄືນ​ໃໝ່

(VOVWORLD) -ວັນທີ 17 ເມສາ, ການປະທະກັນເກີດຂຶ້ນລະຫວ່າງຕຳຫຼວດ ອິດສະລາແອັນ ແລະ ຊາວປາແລັດສະຕິນຢູ່ເຂດພະວິຫານ Al Aqsa, ພາຍຫຼັງກຳລັງ ອິດສະລາແອັນ ບຸກເຂົ້າເຂດນີ້, ເຮັດໃຫ້ມີຜູ້ຖືກຮັບບາດເຈັບຢ່າງໜ້ອຍສຸດ 10 ຄົນ.

ຄວາມ​ເຄັ່ງ​ຕຶງ ​ ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ ຢູ່​ເຂດພະ​ວິ​ຫານ Al Aqsa ເກີດ​ຂຶ້ນ ຄືນ​ໃໝ່ - ảnh 1ກຳລັງປ້ອງກັນຄວາມໝັ້ນຄົງຂອງ ອິດສະລາແອັນ (ພາບ: THX/TTXVN)

ຄວາມເຄັ່ງຕຶງ ປິນຂັ້ນໄດຢູ່ Jerusalem ໃນສະພາບເທດສະການເດືອນ Ramadan ຂອງ ສາສະນິກກະຊົນອິດສະລາມ ປີນີ້ພັດພັດກົງກັບພິທີກຳສຳຄັນຂອງ ຊາວຢິວ ແລະ ພິທີ ຟື້ນຊີບ ຂອງພະເຢຊູ ຂອງ ຊາວກາໂຕລິກ, ດັ່ງນັ້ນ ຄາດວ່າ ໃນໂອກາດນີ້ ຈະມີສາສະນິກກະຊົນນັບໝຶ່ນຄົນ ມາຍັງນະຄອນ Jerusalem, ເຊິ່ງແມ່ນສະຖານທີ່ແຫ່ງສັກສິດສຳລັບ ທັງ 3 ສາສະໜາ. ສ່ວນຝ່າຍ ປາແລັດສະຕິນ ໃຫ້ຮູ້ວ່າ ມີຜູ້ໄດ້ຮັບບາດເຈັບ 152 ຄົນ ໃນການປະທະກັນຢູ່ ເຂດພະວິຫານ Al Aqsa, ໃນຂະນະນັ້ນ ຂໍ້ມູນຈາກຝ່າຍ ອິດສະລາແອັນໃຫ້ຮູ້ວ່າ ມີ ຜູ້ໄດ້ຮັບບາດເຈັບ 120 ຄົນ.

ວັນທີ 17 ເມສາ, ຈໍແດນໄດ້ຖະແຫຼງວ່າ ອິດສະລາແອັນ ຕ້ອງຮັບຜິດຊອບກ່ຽວກັບຜົນຕາມມາທີ່ຮ້າຍແຮງ ໂດຍເກີດມາຈາກການປິນຂັ້ນໄດຄວາມເຄັ່ງຕຶງ ຢູ່ວິຫານ Al Aqsa, ຢູ່ Jerusalem. ກະຊວງການຕ່າງປະເທດ ຈໍແດນ ຖືວ່າ ບັນດາບາດກ້າວຢ່າງຕໍ່ເນື່ອງຂອງ ອິດສະລາແອັນ ແນໃສ່ປ່ຽນແປງສະພາບການປະຫວັດສາດ ແລະ ນິຕິກຳຂອງ ວິຫານ Al Aqsa ແມ່ນການກະທຳທີ່ລະເມີດກົດໝາຍສາກົນຢ່າງຮ້າຍແຮງ, ທຳລາຍບັນດາຄວາມມານະພະຍາຍາມຮັກສາຄຳສັ່ງຢຸດຍິງ ເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ແລະກໍ່ໃນວັນດຽວກັນ, ຊູດັງ ກໍ່ໄດ້ກ່າວປະນາມການກະທຳຂອງ ກຳລັງຄວາມໝັ້ນຄົງ ອິດສະລາແອັນຢູ່ວິຫານ Al Aqsa.

ຕອບກັບ

ຂ່າວ/ບົດ​ອື່ນ