ກະຊວງການຕ່າງປະເທດ ອີຢິບ ໄດ້ຮຽກຕົວອຸປະທູດຊົ່ວຄາວ UAE ມາເພື່ອຄັດຄ້ານເລື່ອງກຳລັງປ້ອງກັນຄວາມສະຫງົບປະເທດ ຕາເວັນອອກກາງນີ້ຈັດຕົວພົນລະເມືອງ ອາຣັບ 11 ຄົນ
(ພາບ: gola.vn)
(vovworld) – ໃນຖະແຫຼງການເມື່ອວັນທີ 3/ 4, ກະຊວງການຕ່າງປະເທດ ອີຢິບ ໃຫ້ຮູ້ວ່າ: ໄດ້ຮຽກຕົວອຸປະທູດຊົ່ວຄາວ ອາຣັບ ເອມີເຮັດ ຢູໄນເຕັດ (ຫຼື UAE) ມາເພື່ອລາຍງານກ່ຽວກັບເລື່ອງກຳລັງປ້ອງກັນຄວາມສະຫງົບແຫ່ງຊາດຂອງ ຕາເວັນອອກກາງ ຈັບຕົວພົນລະເມືອງ ອາຣັບ 11 ຄົນ ໂດຍສົງໄສວ່າ: ໄດ້ຝຶກແອບໃຫ້ບັນດາມືປືນ ອິດສະລາມຫົວຮຸນແຮງ ເພ່ືອແນໃສ່ໂຄ້ນລົ້ມບັນດາລັດຖະບານ. ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອີຢິບ ຮັບຜິດຊອບບັນດາບັນຫາກກົງສູນ Ali el – Ashiry ໄດ້ຮຽກຕົວ UAE Ahmed al – Menhaly ມາ ແລະ ຮຽກຮ້ອງໃຫ້ເຈົ້າໜ້າທີ່ຜູ້ນີ້ “ລາຍງານໃຫ້ເຈົ້າໜ້າທີ່ UAE ຊາບ ກ່ຽວກັບຄວາມວິຕົກກັງວົນຂອງ ອີຢິບ ພ້ອມກັບເລື່ອງສິ້ນສຸດການສືບສວນບັນດາພົນລະເມືອງ ອີຢິບ ຖືກຈັບຕົວໂດຍໄວ”