ຄວາມເຄັ່ງຕຶງຢູ່ເຂດຊາຍແດນຕວກກີ-ຊີຣີ

ຄວາມເຄັ່ງຕຶງຢູ່ເຂດຊາຍແດນຕວກກີ-ຊີຣີ - ảnh 1
ດ່າ​ນ​ຊາຍ​ແດນ Cilvegozu
ພາບ:thanhnien.com.vn

(vovworld)- ວັນ​ທີ 23/7, ພົນ​ທະ​ຫານ​ ຕວກ​ກີ ຄົນ​ຫນຶ່​ງ​ຖືກ​ເສຍ​ຊີ​ວິດ ແລະ ​ອີກ​ຄົນ​ຫນຶ່ງ​​ໄດ້​ຮັບ​ບາດ​ເຈັບ ຍ້ອນ​ຖືກ​ລູກ​ປືນ​​ທີ່ຍິງ​ຈາກ​ເຂດ​ຊາຍ​ແດນ​ຕິດ​ກັບ ຊີ​ຣີ. ຕາມ​ສຳ​ນັກ​ຂ່າວ​ສານ Anatolia ຂອງ ຕວກ​ກີ ແລ້ວ, ພົນ​ທະ​ຫານ​ດັ່ງ​ກ່າວ​ຖືກ​ເສຍ​ຊີ​ວິດ​ຢູ່​ເຂດ​ຊາຍ​ແດນ Kilis. ໃນ​ຂະ​ນະ​ນັ້ນ ສຳ​ນັກ​ຂ່າ​ວ​ Dogan ໃຫ້​ຮູ້​ວ່າ: ມີ​ພົນ​ທະ​ຫານ 4 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ເຫດ​ຍິງ​ປືນ​ເລີ່ມ​ຈາກ ເຂດ​ຫນຶ່ງ​ໂດຍ ​ກຸ່ມລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ ຄວບ​ຄຸມ​ຢູ່ ເຂດ​ຊາຍ​ແດນ​ຂອງ ຊີ​ຣ​ີ. ກໍ​ລະ​ນີ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ສະ​ພາ​ວະ ຕວກ​ກີ ໄດ້​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ຢູ່​ເຂດ​ຊາຍ​ແດນຕິດ​ກັບ ຊີ​ຣີ ພາ​ຍ​ຫລັງ​ເຫດ​ວາງ​ລະ​ເບີ​ດ​ສະ​ຫລະ​ຊີບ​ເມື່ອ​ວັນ​ທີ 20/7 ຢູ່​ເທດ​ສະ​ບານ ຊາຍ​ແດນ Suruc ເຮັດ​ໃຫ້ 32 ຄົນ​ຖືກ​ເສຍ​ຊີ​ວິດ. IS ໄດ້​ຍອມ​ຮັບ​​ແມ່ນຕົວ​ການກໍ່​​ໃຫ້​ເກີດເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບ​ດັ່ງ​ກ່າວ.

 

ຂ່າວ/ບົດ​ອື່ນ